ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ​ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລິມ ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ທີ່​ສຸດ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ ຟີ​ລິບ​ປິນ​ ຄັ້ງ​ທໍ​າ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຄົບ​ຮົບ 50 ປີ ແລະ ຟີ​ລິບ​ປິນ ພວມ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ປີ 2026.

ພາຍຫຼັງ​ທີ່​ເດີນ​ທາງ​ຮອດ​ນະ​ຄອນຫຼວງ Manila, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປຖວາຍດອກໄມ້ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ໃນ​ສວນອຸດທິຍານອາ​ຊຽນ, ຂຶ້ນ​ກັບ​ເຂດ​ກຳແພງເກົ່າ​ Intramuros, ນະ​ຄອນຫຼວງ Manila.