ໂດຍສືບຕໍ່ບັນດາການເຄື່ອນໄຫວໃນລາຍການຢ້ຽມຢາມທັງລັດຖະກິດຢູ່ ຟີລິບປິນ, ຕອນບ່າຍວັນທີ 31 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະກັບປະຊາຄົມ, ວິສາຫະກິດ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ຟີລິບປິນ. ໃນການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລເຖິງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ຖືປະຊາຄົມເປັນພາກສ່ວນທີ່ບໍ່ອາດຕັດແຍກ ແລະ ແມ່ນແຫຼ່ງກຳລັງສຳຄັນຂອງຊາດ ຫວຽດນາມ. ໃນໄລຍະຈະມາເຖິງ, ບາງນະໂຍບາຍສຳຄັນສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ ຈະສືບຕໍ່ໄດ້ຮັບການປັບປຸງ ແນໃສ່ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ສືບຕໍ່ມີການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນໄດ້ດີກວ່າອີກ.
ໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ຟີລິບປິນ ສືບຕໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນເຊື່ອມຕົວ ແລະ ປະຕິບັດກົດໝາຍຢູ່ປະເທດປະຈຳຖິ່ນໄດ້ເປັນຢ່າງດີ, ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວ ແລະ ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ບ້ານເກີດເມືອງນອນ, ຮັກສາສີສັນວັດທະນະທຳຂອງຊາດ ແລະ ແມ່ນຂົວຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ.
ວັນຫຽວ - ຟ້າມຮ່າ






