ວັນທີ 30 ພຶດສະພາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Ebola ຢ່າງຮ້າຍແຮງຢູ່ ສປ.ກົງໂກ, ໃນສະພາບການທີ່ຈຳນວນຜູ້ສົງໄສຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນ. ໃນການປະຕິບັດງານຢູ່ນະຄອນ Bunia, ເມືອງເອກແຂວງ Ituri, ເຂດໃຈກາງຂອງໂລກລະບາດໃນປັດຈຸບັນ, ທ່ານ Tedros ໃຫ້ຮູ້ວ່າ ປະຊາຄົມສາກົນພວມໜູນຊ່ວຍລັດຖະບານ ສປ.ກົງໂກ ຮັບມືກັບໂລກລະບາດ. ເຖິງຢ່າງໃດກໍຕາມ, ທ່ານເນັ້ນໜັກວ່າ ຕ້ອງມີແຫຼ່ງການເງິນຈາກບັນດາປະເທດ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມທ້ອງຖິ່ນ, ລວມມີຄວາມມານະພະຍາຍາມຕ້ານຂ່າວລືບໍ່ມີມູນຄວາມຈິງ ແລະ ຈິດຕະສາດບໍ່ເຊື່ອໝັ້ນຕໍ່ບັນດາມາດຕະການທາງການແພດ. ທ່ານ Tedros ກໍຮຽກຮ້ອງໃຫ້ບັນດາປະເທດທີ່ໄດ້ຈັດວາງຄຳສັ່ງຈຳກັດການໄປມາ ຫຼື ປິດປະຕູດ່ານຊາຍແດນ ຍ້ອນມີຄວາມວິຕົກກັງວົນຕໍ່ໂລກລະບາດ Ebola ນັ້ນ ພິຈາລະຈາຄືນບັນດາມາດຕະການນີ້, ພ້ອງທັງເນັ້ນໜັກເຖິງຄວາມສ່ຽງເຮັດໃຫ້ວຽກງານຮັບມືສັບສົນຂຶ້ນຕື່ມ ແລະ ກີດກັ້ນຄວາມໂປ່ງໃສ, ການຮ່ວມມືທີ່ຈຳເປັນເພື່ອຄວບຄຸມໂລກລະບາດ.






