ໃນຖະແຫຼງການ, ອົງການດັ່ງກ່າວ ໄດ້ເນັ້ນໜັກວ່າ ກ່ຳປັ່ນທຸກລຳທີ່ຢາກໄປຜ່ານຊ່ອງແຄບທະເລດັ່ງກ່າວ, ນັບທັງກ່ຳປັ່ນການຄ້າ ແລະ ຂົນສົ່ງນ້ຳມັນ, ລ້ວນແຕ່ຕ້ອງປະຕິບັດບັນດາເສັ້ນທາງໂດຍ ອີຣານ ບົ່ງຕົວ ແລະ ຕ້ອງຮັບໃບອະນຸຍາດຈາກທະຫານເຮືອຂຶ້ນກັບກໍລັງພິທັກປະຕິບັດ ອິດສະລາມ. ກອງບັນຊາການສູນກາງ Khatam al – Anbiya ກໍກ່າວເຕືອນ ຈະໂຕ້ຕອບບໍ່ວ່າການກະທຳໃດຂອງກ່ຳປັ່ນທະຫານຕ່າງປະເທດ ແນໃສ່ແຊກແຊງເຂົ້າວຽກງານຄຸ້ມຄອງຊ່ອງແຄບທະເລ Hormuz ຫຼື ຂວາງກັ້ນຄົມມະນາຄົມໄປຜ່ານຊ່ອງແຄບທະເລດັ່ງກ່າວ.
ກໍໃນວັນດຽວກັນ, ອີຣານ ກ່າວເຕືອນ ອາດຈະຖອນຕົວອອກຈາກຂໍ້ຕົກລົງທີ່ພວມເຈລະຈາກັບ ອາເມລິກາ, ຖ້າ ວໍຊິງຕັນ ບໍ່ຍົກຍ້າຍຄຳສັ່ງປິດລ້ອມທະຫານເຮືອ ແລະ ປົ່ດປ່ອຍບັນດາຊັບສິນທີ່ຖືກອາຍັດຊັບຂອງ ເຕເຮຣານ ຢູ່ຕ່າງປະເທດ.






