ວັນ​ທີ 2 ກັນ​ຍາ, ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ ໃຫ້​ຮູ້​ວ່​າ​ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ Ebola ຢູ່​ປະ​ເທດ​ນີ້​ໄດ້​ຂຶ້ນ​ສູງ​ກາຍ 3000 ຄົນ. ທ່ານ ​ປ.ອ Jean-Jacques Muyembe, ຜູ້​ອຳ​ນວຍ​ການ​ໃຫຍ່ ສະ​ຖານ​ບັນ​ການ​ຄົ້ນ​ຄ້​ວາການ​ແພດ​ຊີ​ວະ​ສາດ ແຫ່ງ​ຊາດ ຂຶ້ນ​ກັບ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ກົງ​ໂກ ໃຫ້​ຮູ້​ວ່າ ອົງ​ການ​ການ​ແພດ​ຂອງ​ປະ​ເທດ​ນີ້​ໄດ້​ຢັ້ງ​ຢືນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ 3007 ຄົນໃນ​​ຈຳ​ນວນ​ຜູ້​ຕິດ​ເຊື້ອພະ​ຍາດ Ebola ທັງ​ໝົດ 6.186 ຄົນຢູ່ 6 ແຂວງ, ທຽບ​ເທົ​່າ​ກັບ​ອັດ​ຕາ​ເສຍ​ຊີ​ວິດ​ເກືອບ 50%. ບັ້ນ​ການລະ​ບາດ Ebola ຄັ້ງ​ຫຼ້າ​ສຸດ​ໄດ້​ປະ​ກາດ​ຢູ່ ກົງ​ໂກ ໃນກາງ​ເດືອນ​ພຶດ​ສະ​ພາ 2026. ທ່ານ​ປ.ອ ຢັ້ງ​ຢືນ​ວ່າ​ນີ້​ແມ່ນ​ບັ້ນ​ລະ​ບາດ​ທີ່​ມີ​ຄວາມ​ໄວ​ສູງ ແລະ ມີ​ອັດ​ຕາ​ຜູ້​ເສຍ​ຊີ​ວິດ​ສູງແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ປະ​ເທດ​ນີ້.