ຈາກບັນດາເອກະສານສະບັບແທ້, ຂັ້ນຕອນວິຊາສະເພາະ ແລະ ບົດຮຽນການຈັດຕັ້ງແກ້ໄຂ ຕົວຈິງ, ພະນັກງານຂອງສູນຮັບໃຊ້ການບໍລິຫານສາທາລະນະ ແລະ ຫ້ອງການຈົດທະບຽນທີ່ດິນ ແຂວງ ຢາລາຍ ໄດ້ "ຝຶກອົບຮົມ" ການນຳໃຊ້ປັນຍາປະດິດ (AI) ໃນຫຼາຍເດືອນກ່ອນທີ່ຈະນຳເຂົ້າໃຊ້ງານຢູ່ 135 ຕາແສງ. ວິວັດການນຳໃຊ້ AI ໃນການຄຸ້ມຄອງທີ່ດິນຂອງ ຢາລາຍ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການໃນການຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ, ຜ່ານນັ້ນ ກໍ່ແກ້ໄຂຫນຶ່ງໃນບັນດາບັນຫາທີ່ຮີບດ່ວນຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ.
ຕອນເຊົ້າຕົ້ນອາທິດຢູ່ບ່ອນຮັບເອກະສານທີ່ດິນ ຂຶ້ນກັບສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະ ຕາແສງ ໄຕເຊີນ, ແຂວງ ຢາລາຍ, ຍາມໃດກໍມີຄົນຫນາແຫນ້ນກວ່າບ່ອນປະຕິບັດລະບຽບການອື່ນໆ. ປະຊາຊົນມາປະຕິບັດລະບຽບການບໍລິຫານຫຼາຍຮູບແບບຄື: ອອກໃບຕາດິນ, ໂອນກຳມະສິດ, ການສືບທອດ, ການແປງຂໍ້ມູນ... ຢູ່ບ່ອນຮັບເອກະສານນັ້ນ, ພະນັກງານໄດ້ນຳໃຊ້ປັນຍາປະດິດ (AI) ເພື່ອກວດກາບັນດາເອກະສານ, ສົມທຽບຂໍ້ກຳນົດ, ກວດບັນດາເນື້ອໃນທີ່ຍັງຂາດ ກ່ອນທີ່ຈະຮັບເອກະສານ. ທ່ານ ຫວໍງອກເທືອງ, ວິຊາການ ກວດກາການປະຕິບັດລະບຽບການ, ສູນຮັບໃຊ້ການບໍລິຫານສາທາລະນະຕາແສງ ໄຕເຊີນ, ໃຫ້ຮູ້ວ່າ:
“ນັບຕັ້ງແຕ່ເວລາຜັນຂະຫຍາຍ, ແຕ່ລະຫ້ອງການຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ ໄດ້ຕິດຕັ້ງ ChatGPT ລິຂະສິດ ເພື່ອຂຸດຄົ້ນ AI ໃຫ້ມີປະສິດທິຜົນຢ່າງສູງສຸດ. AI ມີປະສິດທິຜົນທີ່ສຸດ, ຊ່ວຍທ້ອງຖິ່ນໄດ້ຫຼາຍຢ່າງ, ຊ່ວຍພະນັກງານຮັບເອກະສານ ຫຼຸດເວລາຄົ້ນຄວ້າໃຫ້ສັ້ນລົງ. ເມື່ອກວດປະເມີນເອກະສານ, AI ຈະພົບເຫັນບັນດາເນື້ອໃນທີ່ຕ້ອງເພີ່ມຂໍ້ມູນ. ສຳລັບພະນັກງານກວດກາບໍລິຫານ, ຖ້າຫາກບັນດາເອກະສານທີ່ຝ່າຍ ວິຊາສະເພາະ ອອກແຈ້ງການຢຸດ ຫຼື ບໍ່ດຳເນີນການ, ກໍ່ຈະຫາ AI ຂຸດຄົ້ນ, ກວດປະເມີນ ຄືນໃໝ່. ສິ່ງນີ້ກໍ່ໄດ້ຍົກສູງປະສິດທິຜົນການແກ້ໄຂວຽກງານ”.
ເພື່ອໃຫ້ມີເຄື່ອງມືປັນຍາປະດິດ (AI) ທີ່ພະນັກງານ ຕາແສງ ໄຕເຊີນ ແລະ ບັນດາ ທ້ອງຖິ່ນອື່ນໆຂອງແຂວງໄດ້ນຳໃຊ້ຄືໃນປັດຈຸບັນ, ນັບແຕ່ຕົ້ນປີນີ້ ການນຳພ້ອມດ້ວຍບັນດາວິສະວະກອນເຕັກໂນໂລຊີ, ພະນັກງານວິຊາການຂອງສູນຮັບໃຊ້ການບໍລິຫານສາທາລະນະ ແລະ ຫ້ອງການຈົດທະບຽນທີ່ດິນແຂວງ ຢາລາຍ ໄດ້ໃຊ້ເວລາຫຼາຍເດືອນພ້ອມກັນຄົ້ນຄວ້າ, ພັດທະນາ. ທ່ານ ດັ້ງຮືວບິ່ງ, ຫົວໜ້າຫ້ອງການຈົດທະບຽນທີ່ດິນແຂວງ ຢາລາຍ, ໃຫ້ຮູ້ວ່າ ໂປຼແກຼມນີ້ ໃນປັດຈຸບັນແມ່ນເໝາະສົມກັບການແກ້ໄຂວຽກງານຕົວຈິງທີ່ສຸດ.
“AI ທີ່ດິສຸມໃສ່ແກ້ໄຂສອງບັນຫາໃຫຍ່: ໜຶ່ງ, ປະເມີນເນື້ອໃນເອກະສານວ່າ ຖືກຕ້ອງ, ຄົບຖ້ວນແລ້ວຫຼືບໍ່. ທີສອງ, ແມ່ນດ້ານນິຕິກຳຂອງເອກະສານເພື່ອນຳໄປສູ່ບັນດາຂັ້ນຕອນການແກ້ໄຂທີ່ໄວທີ່ສຸດ. ໂດຍສະເພາະແມ່ນຢູ່ຮູບແບບອຳນາດການປົກຄອງ ທ້ອງຖິ່ນສອງຂັ້ນ, ບັນດາພະນັກງານທີ່ດິນ, ພະນັກງານຫ້ອງການເສດຖະກິດຂັ້ນຕາແສງ ມີທັງພະນັກງານເກົ່າ, ມີທັງພະນັກງານໃໝ່ທີ່ຫາກໍ່ເຂົ້າໜ້າວຽກ, ການອ່ານ ແລະ ເຂົ້າໃຈຢ່າງຮອບດ້ານເພື່ອໄປສູ່່ວິທີການແກ້ໄຂເອກະສານແຕ່ລະສະບັບແມ່ນເສຍເວລາທີ່ສຸດ”.
ບໍ່ພຽງແຕ່ ປັບປຸງຄວາມສາມາດໃນການສະໜັບສະໜູນດ້ານວິຊາສະເພາະໃຫ້ສົມບູນແບບເທົ່ານັ້ນ, ກຸ່ມພັດທະນາຍັງໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ກັບຄວາມຮຽກຮ້ອງດ້ານຄວາມລັບ, ຄວາມປອດໄພດ້ານຂໍ້ມູນ. ຂໍ້ມູນຂອງເຄື່ອງມືໄດ້ຮັບການດຳເນີນງານ, ສຳເນົາຢູ່ໂຄງຮ່າງລ່າງຂອງຫ້ອງວ່າການຄະນະກຳມະການປະຊາຊົນແຂວງ ຢາລາຍ, ພ້ອມດ້ວຍບັນດາວິທີການປ້ອງກັນຂໍ້ມູນສ່ວນບຸກຄົນໃນສຳເນົາເອກະສານ. ຮອດປັດຈຸບັນ, ການນຳໃຊ້ປັນຍາປະດິດ (AI) ທີ່ດິນຂອງ ຢາລາຍ ໄດ້ຮັບການກວດຢັ້ງຢືນຄຸນນະພາບ ແລະ ການຮັກສາຄວາມລັບແລ້ວ. ທ່ານ ເລຢຸງລິງ, ຫົວໜ້າສູນຮັບໃຊ້ການບໍລິຫານສາທາລະນະແຂວງ ຢາລາຍ, ໃຫ້ຮູ້ວ່າ:
ພາຍຫຼັງທີ່ໄດ້ເຮັດສຳເລັດ AI ທີ່ດິນ, ປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ເຮັດວຽກກັບສູນຮັບໃຊ້ການບໍລິຫານສາທາລະນະ, ມອບໃຫ້ສູນປະສານງານພ້ອມກັບບັນດາຂະແໜງການສ້າງບັນດາຮູບແບບວິຊາສະເພາະອື່ນໆທີ່ຄ້າຍຄືກັນ. ຄາດວ່າ ສູນຈະສ້າງຫ້ອງການເສນາທິການດິຈິຕອນໃນຂົງເຂດເສດຖະກິດ-ສັງຄົມ. ນີ້ແມ່ນ ຮູບແບບທີ່ອີງໃສ່ຖານຂໍ້ມູນ ແລະ AI ເພື່ອຊ່ວຍການນຳການບໍລິຫານ, ຍົກອອກການຕັດສິນໃຈໃນການຄຸ້ມຄອງໃນຂົງເຂດເສດຖະກິດ-ສັງຄົມ.
ດ້ວຍ AI ທີ່ດິນ, ຢາລາຍ ບໍ່ພຽງແຕ່ສ້າງເຄື່ອງມືສະໜັບສະໜູນພະນັກງານເທົ່ານັ້ນ, ຫາກຍັງສ້າງວິທີເຮັດໃໝ່. ຈາກບັນດາຄວາມຫຍຸ້ງຍາກໃນຕົວຈິງ, ທ້ອງຖິ່ນໄດ້ເປັນເຈົ້າການຊອກຫາບັນດາວິທີການໃໝ່ໃຫ້ກັບບັນດາບັນຫາເກົ່າ, ປະກອບສ່ວນຊ່ວຍອຳນາດການປົກຄອງ 2 ຂັ້ນດຳເນີນງານຢ່າງລຸລ່ວງ, ມີປະສິດທິຜົນ ແລະ ຮັບໃຊ້ປະຊາຊົນໃຫ້ດີຂຶ້ນ./.

.jpg)






