ລາຍການ Podcast ດັ່ງນີ້ໄດ້ເອົາລົງໃນ spotify - VOV LAO
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 395 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
(ພາບເອກະສານ: TTXVN)
+ ທ່ານຜູ້ຟັງ ລາວ ຫຼາຍທ່ານໄດ້ສົ່ງອີເມວ, ໂທລະສັບ ແລະ ໃຫ້ຄຳຄິດເຫັນໃນສື່ສັງຄົມ Facebook ຂອງລາຍການພາກພາສາລາວ ສົ່ງຄຳຊົມເຊີຍເນື່ອງໃນໂອກາດວັນຊາດແຫ່ງ ສສ.ຫວຽດນາມ. ໃນນັ້ນ, ເພື່ອນ ຄຳປະສົງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: “81 ປີ ນັບແຕ່ວັນການປະຕິວັດເດືອນສິງຫາ, ຈາກຊາດໜຶ່ງຖືກກົດຂີ່ຂູດຮີດ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດເອກະລາດ, ເອກະພາບ, ມີອະທິປະໄຕ, ດ້ວຍທີ່ຕັ້ງ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບໄດ້ຮັບການຢັ້ງຢືນບົນເວທີສາກົນ. ນັ້ນແມ່ນວິວັດການເດີນທາງທີ່ລຳບາກຍາກເຂັນ, ສິ່ງທົດສອບນາໆປະການ ແຕ່ກໍ່ເຕັມໄປດ້ວຍຄວາມສະຫງ່າລາສີ - ການເດີນທາງຢືນຢັນພະລັງຊີວິດແບບຍືນຍົງໜຽວແໜ້ນ, ຄຸນນະທາດຂອງຊາວ ຫວຽດນາມ ແລະ ຄຸນຄ່າຂອງແນວທາງແຫ່ງການປ່ຽນແປງໃໝ່. ຫວຽດນາມ ພວມນັບມື້ນັບໄດ້ຮັບຮັບຮູ້ວ່າ ບໍ່ພຽງແຕ່ແມ່ນປະເທດທີ່ມີສະພາບແວດລ້ອມດ້ານການເມືອງມີສະຖຽນລະພາບ, ພື້ນຖານເສດຖະກິດມີກຳລັງຕ້ານທານ ແລະ ຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ແມ່ນສະມາຊິກທີ່ຕັ້ງໜ້າໃນບັນດາກົນໄກຫຼາຍຝ່າຍ, ມີຄວາມສາມາດປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກອີກດ້ວຍ”.
+ ເພື່ອນ ແສງດາວົງ, ຢູ່ແຂວງ ອັດຕະປື, ສົ່ງຂໍ້ຄວາມມາຫາລາຍການໃຫ້ຮູ້ວ່າ: “ບົດຂຽນ 81 ປີແຫ່ງການປະຕິວັດເດືອນສິງຫາ: ຈາກບົດຮຽນປະຫວັດສາດ ໄປສູ່ກຳລັງໜູນພັດທະນາໃນປະຈຸບັນ” ແມ່ນບົດຂຽນທີ່ມີຫຼາຍຄວາມໝາຍ, ຊ່ວຍໃຫ້ເບິ່ງຄືນປະຫວັດສາດຂອງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນສິງຫາ. ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດຕໍ່ບັນດາບົດຮຽນປະຫວັດສາດໃນອະດີດຕະການທີ່ພວມກາຍເປັນກຳລັງໜູນສຳຄັນຊຸກຍູ້ການພັດທະນາຂອງ ຫວຽດນາມ ໃນປະຈຸບັນ. ຫວັງວ່າ ຫວຽດນາມ ຈະສືບຕໍ່ເບິ່ງຄືນບົດຮຽນປະຫວັດສາດ ແລະ ສ້າງອະນາຄົດທີ່ສວຍງາມກວ່າ”.
+ ເພື່ອນ ວິວັນໄລ ວິໄລວົງ ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການແບ່ງປັນຄຳເຫັນພາຍຫຼັງທີ່ໄດ້ອ່ານບັນດາຂ່າວ, ບົດກ່ຽວຂ້ອງເຖິງວັດທະນະທຳ ຫວຽດນາມ: “ຂ້າພະເຈົ້າໄດ້ອ່ານບັນດາບົດຂຽນກ່ຽວກັບຊາວເຜົ່າ ຈຳ ທີ່ເອົາລົງໃນສື່ເອເລັກໂຕນິກຂອງພວກເພື່ອນ. ຂ້າພະເຈົ້າຂໍຂອບໃຈລາຍການທີ່ໄດ້ນຳເອົາເລື່ອງລາວທີ່ດຶງດູດໃຈກ່ຽວກັບຊາວເຜົ່າ ຈຳ - ເຊິ່ງແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີມາແຕ່ດົນນານຂອງ ຫວຽດນາມ, ເຊິ່ງຍັງຮັກສາໄດ້ຫຼາຍຈຸດວັດທະນະທຳ ແລະ ສະຖາປັດຕະຍາກຳທີ່ເປັນມູນເຊື້ອ. ເປັນໜ້າສົນໃຈເມື່ອຢູ່ປະເທດ ຫວຽດນາມ ມີຫຼາຍຊົນເຜົ່າຮ່ວມດຳລົງຊີວິດ, ແຕ່ລະຊົນເຜົ່າພັດມີຈຸດວັດທະນະທຳພິເສດ ແລະ ມີຈຸດເປັນເອກະລັກສະເພາະ. ບັນດາລາຍການຄືແນວນີ້ໄດ້ຊ່ວຍໃຫ້ຜູ້ຟັງ, ຜູ້ອ່ານມີໂອກາດຄົ້ນຫາຫຼາຍເຂດດິນແດນ, ວັດທະນະທຳ ແລະ ຊາວ ຫວຽດນາມ ຫຼາຍກວ່າອີກ”.
ລາຍການພາກພາສາລາວ ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໂທລະສັບ, ສົ່ງອີເມວ ແລະ ຈົດໝາຍມາຫາລາຍການໃນຕະຫຼອດໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຫວັງວ່າ ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບ, ການແບ່ງປັນຂອງທ່ານຜູ້ຟັງຫຼາຍກວ່າອີກ ເພື່ອຊ່ວຍໃຫ້ທາງລາຍການນັບມື້ນັບອຸດົມສົມບູນຂຶ້ນ.
(ພາບປະກອບ: congthuong.vn)
ຕໍ່ຈາກນີ້, ລາຍການ “ໂອ້ລົມກັບເພື່ອນ ລາວ” ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.
+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ກ່ຽວກັບລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໄດ້ເລີ່ມແຕ່ເວລາໃດ, ສິ່ງໃດທີ່ສະແດງໃຫ້ເຫັນວ່າລະດູໃບໄມ້ຫຼົ່ນໄດ້ວຽນມາແລ້ວ ແລະ ລະດູໃບໄມ້ຫຼົ່ນມີບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະໃດແດ່?
ເພື່ອນ ວົງຄຳ ທີ່ຮັກແພງ, ຕາມປົກກະຕິ, ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໄດ້ເລີ່ມແຕ່ເດືອນ ສິງຫາ ຮອດເດືອນ ພະຈິກ. ໃນຈຸດເວລານີ້, ອາກາດຢູ່ນະຄອນຫຼວງເຢັນສະບາຍ. ໜຶ່ງໃນບັນດາຂີດໝາຍທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນນັ້ນແມ່ນກິ່ນຫອມຂອງດອກຕີນເປັດ. ກິ່ນຫອມຫວນໃນບັນຍາກາດຄືດັ່ງຄຳສະບາຍດີຂອງລະດູໃບໄມ້ຫຼົ່ນ. ດອກຕີນເປັດບໍ່ມີສີເຈີດຈ້າ, ພຽງແຕ່ໄດ້ກິ່ນຫອມຂອງດອກຕິີນເປັດ ກໍ່ຮູ້ສຶກໄດ້ວ່າລະດູໃບໄມ້ຫຼົ່ນພວມວຽນມາແລ້ວ. ແຕ່ລະລະດູຂອງ ຮ່າໂນ້ຍ ມີຄວາມງາມສະເພາະຂອງມັນ, ແຕ່ຜູ້ໃດກໍ່ຮັບຮູ້ວ່າ ລະດູໃບໄມ້ຫຼົ່ນຂອງ ຮ່າໂນ້ຍ ສວຍງາມທີ່ສຸດ. ອາກາດບໍ່ຮ້ອນເອົາຄືລະດູແລ້ງ, ແຕ່ກໍ່ບໍ່ໜາວຄືລະດູໜາວ, ລະດູໃບໄມ້ຫຼົ່ນແມ່ນການປະສົມປະສານທີ່ເພີນຈິດເພີນໃຈທີ່ສຸດ.
ລະດູໃບໄມ້ຫຼົ່ນກໍ່ແມ່ນລະດູທີ່ບັນດາສິນພິເສດ ຈະເຫັນໄດ້ພຽງແຕ່ຢູ່ໃນລະດູໃບໄມ້ຫຼົ່ນເທົ່ານັ້ນ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຈະແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ເຖິງທ່ານຜູ້ຟັງ, ຄື:
- ເຂົ້າເໝົ້າບ້ານ ວ່ອງ: ແມ່ນເຍື່ອງອາຫານທີ່ໄດ້ຫໍ່ດ້ວຍໃບບົວ, ອ່ອນນຸ້ມ, ຫອມກິ່ນເຂົ້າໃໝ່, ກິນກັບໝາກກ້ວຍງ້າວສຸກ ຫຼື ເຮັດນ້ຳຫວານ, ເຮັດຢໍ່ເຂົ້າເໝົ້າກໍ່ໄດ້.
- ໝາກເສົາສຸກ: ບັນດາໝາກເສົາສຸກເຫຼືອງ, ເນື້ອໜາ, ລົດຊາດສົ້ມຫວານ ກອບ ຄົນປົນກັບເກືອ ແລະ ໝາກເຜັດ, ແມ່ນຂອງກິນຫຼິ້ນທີ່ລື້ງເຄີຍຂອງນັກຮຽນ ແລະ ຜູ້ດຳລົງຊີວິດຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ.
- ໝາກທິ (Gold apple) ແລະ ໝາກພັບ (persimmon): ແມ່ນໝາກໄມ້ມີກິ່ນຫອມຫວານ ຂອງບັນຍາກາດບຸນ ຈຸງທູ (ວັນເພັງເດືອນ 8) ໃນເມື່ອກ່ອນ, ຍ້ອນໄດ້ຈັດໃສ່ພາເຂົ້າ ຫຼື ວາງຢູ່ໂຕະເພື່ອໃຫ້ມີກິ່ນຫອມ.
ທ່ານຜູ້ຟັງທີ່ເຄົາລົບ, ເພື່ອສ້າງຄວາມສະດວກໃຫ້ແກ່ການຕິດຕາມບັນດາຄຳເຫັນປະກອບ, ຄຳຖາມເຊິ່ງທ່ານຜູ້ຟັງໄດ້ສົ່ງມາຫາລາຍການ, ເລີ່ມແຕ່ວັນທີ 03 ກັນຍາ ນີ້, ເພື່ອນສາມາດຮັບຟັງລາຍການ ໂອ້ລົມກັບເພື່ອນລາວ ໃນແອັບ spotyfy ດ້ວຍຊື່ວ່າ VOV LAO. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຫຼາຍຄຳເຫັນປະກອບຈາກທ່ານຜູ້ຟັງສົ່ງມາຫາລາຍການຕື່ມອີກ, ເພື່ອປະກອບສ່ວນໃຫ້ລາຍການນັບມື້ນັບດີກວ່າເກົ່າ, ເຂົ້າເຖິງຜູ້ຟັງໄດ້ຫຼາຍຂຶ້ນ.








