ທີ່ວາລະປະຊຸມນັດສາມັນປະຈຳເດືອນສິງຫາປີ 2026 ຈັດຂຶ້ນໃນຕອນບ່າຍວັນທີ 3 ກັນຍາ ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງວ່າ: ຕ້ອງຢືດໝັ້ນເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ.
ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າດ້ານເສດຖະກິດ ສັງຄົມ ໃນເດືອນສິງຫາ ແລະ 8 ເດືອນຂອງປີ 2026. ແຕ່ເຖິງແນວນັ້ນກໍ່ຕາມ, ທ່ານຊີ້ແຈ້ງວ່າ ກຳລັງດັນປ່ຽນແປງໃໝ່ຮູບແບບການເຕີບໂຕ, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມານະພະຍາຍາມມີມາດຕະການຄວບຄຸມໄພເງິນເຟີ້, ຮັກສາເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ:
ຕ້ອງເປັນເຈົ້າການບໍລິຫານລາຄາບັນດາປະເພດສິນຄ້າ, ການບໍລິການທີ່ຈຳເປັນເພື່ອຄວບຄຸມໄພເງິນເຟີ້, ມີບັນດາມາດຕະການຄວບຄຸມລາຄາພະລັງງານຢ່າງແໜ້ນແຟ້ນ, ລາຄາບັນດາການບໍລິການໂດຍລັດຄຸມຄອງ. ສະເໜີໃຫ້ກະຊວງການເງິນກວດກາຄືນ ແລະ ຕີລາຄາກ່ຽວກັບບັນດາມາດຕະການບໍລິຫານລາຄາໃຫ້ເໝາະສົມ, ຮັບປະກັນເປົ້າໝາຍ ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ໃນເປົ້າໝາຍບໍລິຫານປີນີ້ ກໍ່ຄືປີຕໍ່ໄປ, ຕ້ອງຢືດໝັ້ນເປົ້າໝາຍຄວບຄຸມໄພເງິນເຟີ້.








