ຕອນຄ່ຳວັນທີ 02 ກັນຍາ, ໃນບັນຍາກາດທົ່ວປະເທດມີຄວາມປິຕິຊົມຊື່ນສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026), ຢູ່ເຂດໜອງ ຮວ່ານກຽມ, ມີປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນເທື່ອຄົນໄດ້ມາແຕ່ເວັນ, ພ້ອມກັນລໍຖ້າຈຸດເວລາຍິງບັ້ງໄຟດອກສິລະປະ, ເຈືອຈານເຂົ້າກັບຄວາມປະຕິຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈໃນວັນບຸນເຕັດເອກະລາດ. ປະຊາຊົນຜູ້ໜຶ່ງມາຊົມການຍິງບັ້ງໄຟດອກໃຫ້ຮູ້ວ່າ:
“ນີ້ແມ່ນເທື່ອທີ 2 ທີ່ຂ້າພະເຈົ້າໄປຮັບຊົມການຍິງບັ້ງໄຟດອກເນື່ອງໃນໂອກາດວັນຊາດ, ຂ້າພະເຈົ້າໄດ້ມາແຕ່ເວັນເພື່ອມີບ່ອນຢືນຊົມທີ່ງາມທີ່ສຸດ. ປີນີ້, ຂ້າພະເຈົ້າມີອາຍຸ 60 ປີແລ້ວ, ກໍ່ເຄີຍເປັນທະຫານ, ມາຮອດວັນນີ້ ປະເທດຊາດໄດ້ພັດທະນາໃນທຸກດ້ານຢ່າງໝັ້ນຄົງເຂັ້ມແຂງ”.
ການຍິງບັ້ງໄຟດອກອັດລົງ, ແຕ່ບັນດາຄວາມສະເທືອນໃຈ ເອກອ້າງທະນົງໃຈຍັງຝັງຢູ່ໃນໃຈຂອງຊາວນະຄອນຫຼວງແຕ່ລະຄົນ; ສ້າງເປັນຄວາມເອກອ້າງທະນົງໃຈກ່ຽວກັບພະລັງຊີວິດທີ່ເຂັ້ມແຂງ ແລະ ການບືນຕົວຂຶ້ນຢ່າງແຮງຂອງປະເທດຊາດ ພາຍຫຼັງ 81 ປີທີ່ຍາດໄດ້ເອກະລາດ. ນອກຈາກ ຮ່າໂນ້ຍ, ຊາວນະຄອນ ໂຮ່ຈີມິນ ກໍ່ໄດ້ຮັບຊົມການຍິງບັ້ງໄຟດອກທີ່ງົດງາມເຊັ່ນດຽວກັນ.




