ວັນ​ທີ 1 ກັ​ນ​ຍາ, ໂຄງ​ການ “ແລວ​ທາງ​ການ​ຄ້າ ເຂດ​ດິນ​ຕໍ່​ແຜ່ນ - ທະ​ເລ​ສາ​ກົນ​ໃໝ່” ເລີ່ມ​ຕົ້ນ​ຢູ່​ນະ​ຄອນ ໜາມ​ໜິງ, ແຂວງ ກວ໋າງ​ຊີ, ຈີນ. ຄະ​ນະ​ລວມ​ມີ​ນັກ​ຂ່າວ​ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ອາ​ຊຽນ​ຄື: ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ໄທ, ພິ​ເສດ​ແມ່ນ​ເຂດ​ປົກ​ຄອງ​ພິ​ເສດ ຮົ່ງ​ກົງ, ມາ​ເກົາ (ຈີນ) ເຂົ້າ​ຮ່ວມ.

ໃນ​ຂອບ​ເຂດ​ການ​ເດີ​ນ​ທາງ​ໄປ​​ຕົວ​ຈິງ, ຄະ​ນະ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ມີ​ການ​ເດີນ​ທາງ​ໄປທັດ​ສະ​ນະ, ຊອກ​ຮູ້​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ແຂວງ ກວ໋າງ​ຊີ; ໃນ​ນັ້ນ​ມີ​ບົດ​ບາດ​ຂອງ​ໂຄງ​ການ​ຄອງ​ເໝື​ອງ ຜິງ​ລູ້, ມີ​ຄວາມ​ຍາວກວ່າ 134 ກີ​ໂລແມັດ​ເຊື່ອມ​ຕໍ່​ເສັ້ນ​ທາງ​ທະ​ເລ​ສາ​ກົນ ທາງ​ທິດ​ໃຕ້​ກັບ ເຂດ​ອ່າວ​ໂຕນ​ກິນ, ນອນ​ຢູ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄ້າ​ຂາຍ​ລະ​ຫວ່າງ ຈີນ ແລະ ອາ​ຊຽນ.

ໃນ​ເດືອນ​ກັນ​ຍາ​ນີ້, ຄອງ​ເໝືອງ Pinglu, ໂຄງ​ການຫຼັກ​ຂອງ ແລວ​ທາງ​ການ​ຄ້າ ເຂດ​ດິນ​ຕໍ່​ແຜ່ນ - ທະ​ເລ​ສາ​ກົນ​ໃໝ່ ຄາດ​ວ່າ​ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ. ຄອງ​ເໝືອງນີ້​ຍາວກວ່າ 134 ກີ​ໂລແມັດ ສ້າງເປັນ​ເສັ້ນ​ທາງ​ນ້ຳ​ສັ້ນ​ທີ່​ສຸດ​ນັບ​ແຕ່​ເຂ​ດພາຍ​ໃນ​ຂອງ​ຈີນ ອອກ​ໄປ​ຫາ​ບັນ​ດາ​ປະ​ເທດ​ອາ​ຊຽນ. ນອກ​ຈາກ​ນັ້ນ, ກໍ່ຊ່ວຍ​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂະ​ໜາດ​ໃຫຍ່, ຜະ​ລິດ​ຕະ​ພັນ​ກ​ະ​ເສດ ແລະ ບໍ່​ແຮ່​ເມື່ອ​ທຽບ​ໃສ່​ກັບ​ເສັ້ນ​ທາງ​ບົກ ຫຼື​ເສັ້ນ​ທາງ​ລົດ​ໄຟ. ຕາມ​ບົດ​ລາຍ​ງານ​ຕີ​ລາ​ຄາ​ຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມ, ​ພາຍຫຼັງ​ກໍ່​ສ້າງ​ສຳ​ເລັດ, ເສັ້ນທາງ​ນີ້​ໄດ້​ຮັບ​ຄວາມ​​ຫວັງວ່າ​ຈະ​ຂົນ​ສົ່ງ​ສິນ​ຄ້າ​ປະ​ມານ 108 ລ້ານ​ໂຕນໃນ​ປີ 2035 ແລະ 130 ລ້ານ​ໂຕນ​ໃນ​ປີ 2050.