ວັນ​ທີ 2 ກັນ​ຍາ, ຢູ່​ຖານ​ທີ່​ໝັ້ນ Highway, Abyei (ເຂດ​ດິນ​ແດນ​ປະ​ທະ​ກັນ​ລະ​ຫວ່າງ ຊູ​ດັງ ແລະ ຊູ​ດັງ​ໃຕ້ ໃນ​ເວ​ລາກວ່ 10 ປີ​ຜ່ານ​ມາ), ກົມ​ກອງ​ທະ​ຫາ​ຍ​ຊ່າງ​ແສງ​ເລກ 4 ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຄະ​ນະ​ປະ​ຕິ​ບັດ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາງ ສ​ປ​ຊ (UNISFA) ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ (2/9/1945 - 2/9/2026).ພິ​ທີ​ມີ​ຄວາມ​ເປັນ​ກຽດ​ຕ້ອນ​ຮັບ​ທ່ານ ນາຍພົນ Adebowale Oladimeji Ajagbe,,ຮອງ​ຜູ້​ບັນ​ຊາ​ການ​ຄະ​ນະ​ປະ​ຕິ​ບັດ​ງານ UNISFA; ຕາງ​ໜ້າ​ການ​ນຳ​ຄະ​ນະ​ປະ​ຕິ​ບັດ​ງານ, ອຳ​ນາດ​ການ​ປົກ​ຄອງ​ເຂດ​ປົ​ກ​ຄອງ​ພິ​ເສດ Abyei, ພ້ອມ​ກັບ​ບັນ​ດາ​ຜູ້​ບັນ​ຊາ​ການ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາ​ມ​ຮັບ​ຜິດ​ຊອບ, ກຳ​ລັງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຊົນ​ປະ​ຈຳ​ຖິ່ນ.

ທີ່​ພິ​ທີ, ທ່ານ​ພັນ​ໂທ ຈິ້ງວັນ​ເກືອງ, ຫົວ​ໜ້າ​ກົມ​ກອງ​ທະ​ຫານ​ຊ່​າງ​ແສງ​ເລກ 4 ຢັ້ງ​ຢືນ​ວ່າ ການ​ສະ​ຫຼອງວັນ​ຊາດ​ຢູ່​ສະ​ຖານ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ​ແຕ່​ລະ​ຄົນ​ຈົດ​ຈຳ​ກົກ​ເຄົ້າ​ເຫງົ້າ​ກໍ, ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ, ຜ່ານ​ນັ້ນ​ສືບ​ຕໍ່​ແຜ່​ກະ​ຈາຍ​ພາບ​ພົດ​ຂອງ ຫວຽດ​ນາມ ທີ່​ເປັນ​ມິດ, ຮັກ​ຫອມ​ສັນ​ຕິ​ພາບ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທະ​ເນ​ລຸງ​ໂຮ່ ໃນ​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ.

ນະ​ທີ່​ນີ້, ບັນ​ດາ​ໜ້າ​ປຶ້ມ​ທີ່​ແນະ​ນຳ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ແລະ ທ່ານ​ພົນ​ເອກ ຫວໍ​ຫງວຽນ​ຢາບ ໄດ້​ກາຍ​ເປັນ​ຈຸດ​ໃຈ​ກາງ, ຊ່ວຍ​ເພື່ອນ​ມິດ​ສາ​ກົນ ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ກ່ຽວ​ກັບ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ແລະ ແງ່​ຫວັງ​ສັນ​ຕິ​ພາບ​ຂອງ​ຊາດ​ຫວຽດ​ນາມ. ເຫດ​ການ​ສະ​ເຫຼອງວັນ​ຊາດ​ຢູ່​ຖານ​ທີ່​ໝັ້ນ Highway ໄດ້​ອັດ​ລົງ​, ສ້າງ​ຂີດ​ໝາຍອ​ັນ​ດີ​ງາມ​ກ່ຽວ​ກັບ​ຫວຽດ​ນາມ​ແຫ່ງ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ອົງ​ອາດ​ກ້າ​ຫານ ແລະ​ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ ຢູ່​ແນວ​ໜ້າ​ຂອງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ.