ກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ຊາບຊືມ ແລະ ຜັນຂະຫຍາຍການປະຕິບັດມະຕິ, ຄຳສັ່ງຈຳນວນໜຶ່ງຂອງກົມການເມືອງ ໂດຍກົມການເມືອງ, ຄະນະເລຂາທິການສູນກາງຈັດຂຶ້ນໃນຕອນເຊົ້າວັນທີ 3 ກັນຍາ ປີ 2026 ນີ້ ບໍ່ພຽງແຕ່ແມ່ນເຫດການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກວ້າງຂວາງເທົ່ານັ້ນ, ຫາກຍັງໄດ້ສົ່ງສານຕ່າງໆທີ່ມີນ້ຳໜັກ, ສ່ອງແສງຍຸດທະສາດໃນຈິນຕະນາການຄຸ້ມຄອງແຫ່ງຊາດຂອງ ຫວຽດນາມ, ມຸ່ງໄປເຖິງການຍົກສູງຄວາມສາມາດນຳພາຂອງພັກໃນສັງກາດໃໝ່ອີກດ້ວຍ.
ກອງປະຊຸມໄດ້ສະເໜີບັນດາຈຸດໃໝ່ຂອງມະຕິ, ຄຳສັ່ງ 6 ສະບັບທີ່ໄດ້ປະກາດໃຊ້ໃນເວລາມໍ່ໆມານີ້, ກ່ຽວຂ້ອງເຖິງຫຼາຍບັນຫາຄື: ຍຸດທະສາດວຽກງານແນວຄິດ; ການຮ່ຳຮຽນ, ປະຕິບັດແນວຄິດ, ຄຸນສົມບັດ, ວິທີການ, ແບບແຜນ ໂຮ່ຈິມິນ; ເສີມຂະຫຍາຍລັກສະນະນຳໜ້າ, ເປັນແບບຢ່າງ, ຈິດໃຈປ່ຽນແປງໃໝ່, ກ້າຄິດ ກ້າທຳ, ກ້າຮັບຜິດຊອບຂອງພະນັກງານ, ສະມາຊິກພັກ; ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ການພັດທະນາເຂດ ແລະ ຈັດພື້ນທີ່ພັດທະນາແຫ່ງຊາດ; ພັດທະນາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ.
ວິໄສທັດຍຸດທະສາດ ແລະ ຄວາມເຫັນດີເຫັນພ້ອມຈາກສູນກາງຮອດຮານຖານ
6 ຫົວເລື່ອງສະເພາະຫຼັກແຫຼ່ງໄດ້ຊາບຊືມທີ່ກອງປະຊຸມ ໄດ້ບັນຈຸບັນດາການມອງເຫັນໃໝ່ເພື່ອສັງເກດບົດໂຈດພັດທະນາປະເທດຊາດ ໃນສະພາບການຫັນເປັນໂລກາພິບັດ ມີການຜັນແປຢ່າງເລິກເຊິ່ງ. ຈິນຕະນາການພື້ນທີ່ພັດທະນາ ແລະ ເຊື່ອມຕໍ່ເຂດ. ມະຕິກ່ຽວກັບການພັດທະນາເຂດ ແລະ ຈັດພື້ນທີ່ພັດທະນາແຫ່ງຊາດ ແກ້ໄຂສະພາບການແບ່ງແຍກການບໍລິຫານ, ຊ່ວຍຫັນແຫຼ່ງກຳລັງຂອງຊາດເປັນດີເລີດ.
ມະຕິກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ວາ 6 ລ້ານຄົນ ບໍ່ພຽງແຕ່ແມ່ນແຫຼ່ງກຳລັງພູມປັນຍາ, ຄວາມສາມາດ ກຳລັງທີ່ລ້ຳຄ່າໃຫ້ແກ່ການພັດທະນາເສດຖະກິດສັງຄົມເທົ່ານັ້ນ, ຫາກຍັງແມ່ນບັນດາ “ທູດສັນຕິພາບ”, ຂົວຕໍ່ສຳຄັນ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກອີກດ້ວຍ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຕວັນແອັງ, ຫົວໜ້າບັນນາທິການວາລະສານວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຕາມຂ້າພະເຈົ້າແລ້ວ, ວິໄສທັດຍຸດທະສາດຂອງບັນດາມະຕິ, ຄຳສັ່ງຄັ້ງນິ້ ແມ່ນນອນໃນເລື່ອງຫັນຈາກຈິນຕະນາການພັດທະນາແຕ່ລະຂົງເຂດ ໄປສູ່ຈິນຕະນາການສ້າງລະບົບຊີວະພາບພັດທະນາແຫ່ງຊາດ, ໃນນັ້ນ, ມະນຸດ, ລະບອບລະບຽບການ, ພື້ນທີ່ພັດທະນາ ແລະ ບັນດາແຫຼ່ງກຳລັງສັງຄົມ ໄດ້ເຊື່ອມຕໍ່ກັນ. ຂ້າພະເຈົ້າໄດ້ເອົາໃຈໃສ່ເປັນພິເສດຕໍ່ບັນດາມະຕິ, ຄຳສັ່ງໄດ້ວາງມະນຸດ ແລະ ຄວາມສາມາດກະທຳຂອງມະນຸດໃນທີ່ຕັ້ງສຳຄັນທີ່ສຸດ. ການພັດທະນາບໍ່ພຽງແຕ່ຕ້ອງການດ້ານທຶນຮອນ, ເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງ, ຫາກຍັງຕ້ອງການຄວາມໄວ້ເນື້ອເຊື່ອໃຈສັງຄົມ, ຄວາມເຫັນດີເຫັນພ້ອມ, ຖັນແຖວພະນັກງານກ້າຄິດກ້າທຳ, ກ້າຮັບຜິດຊອບ ແລະ ຄວາມສາມາດລະດົມບັນດາແຫຼ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດ.
ເພີ່ມທະວີຄຸນນະທາດ, ເປັນເຈົ້າການກຳໄດ້ກາລະໂອກາດ
ຈຸດເນັ້ນທີ່ມີລັກສະນະບາດລ້ຽວທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນຫົວເລື່ອງສະເພາະກ່ຽວກັບການເສີມຂະຫຍາຍລັກສະນະນຳໜ້າ, ເປັນແບບຢ່າງ, ຈິດໃຈປ່ຽນແປງໃໝ່, ກ້າຄິດ ກ້າທຳ, ກ້າຮັບຜິດຊອບຂອງຖັນແຖວພະນັກງານ ສະມາຊິກພັກ; ຍຸດທະສາດວຽກງານແນວຄິດໃນສະພາບການໃໝ່ ແລະ ບັນດາເນື້ອໃນຈຸດສຸມ, ຫຼັກແຫຼ່ງໃນຄຳສັ່ງຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດແນວຄິດ, ຄຸນສົມບັດ, ວິທີການ, ແບບແຜນ ໂຮ່ຈິມິນ ໃນໄລຍະພັດທະນາໃໝ່. ໃນການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເນື້ອໃນຈິດໃຈນີ້ແມ່ນມີຄວາມສຳຄັນພິເສດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ດ່າວຢຸຍກວາດ ອະດີດຮອງຫົວໜ້າຄະນະປະຈຳ ຄະນະແນວຄິດ-ວັດທະນະທຳສູນກາງ ຖືວ່າ:
ເລື່ອງປະກາດໃຊ້ມະຕິເລກທີ 25 ຂອງກົມການເມືອງກ່ຽວກັບຍຸດທະສາດວຽກງານແນວຄິດໃນຈຸດເວລານີ້ ແມ່ນຖືກກັບເປົ້າໝາຍ ແລະ ຖືກຕ້ອງ. ຖືກກັບເປົ້າໝາຍແມ່ນຢູ່ໃນສະພາບການທີ່ປະເທດຊາດພວມປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່-ສັງກາດບຸກບືນເພື່ອບັນລຸໄດ້ເປົ້າໝາຍ, ຄວາມຄາດຫວັງກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ. ຖືກຕ້ອງແມ່ນມະຕິໄດ້ເສີມຂະຫຍາຍບົດບາດ, ທີ່ຕັ້ງພິເສດສຳຄັນຂອງວຽກງານແນວຄິດ.
ບັນດາແຜນນະໂຍບາຍໃໝ່ໄດ້ຮັບການຊາບຊືມທີ່ກອງປະຊຸມໃນວັນທີ 3 ກັນຍາ ປີ 2026 ບໍ່ໄດ້ຢຸດຢູ່ທີີ່ການດຳເນີນຊີວິດດ້ານການເມືອງອັນເລິກເຊິ່ງກວ້າງຂວາງ, ຫາກໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈກະທຳຢ່າງແຮງ. ເມື່ອຄວາມເຫັນດີເຫັນພ້ອມຈາກສູນກາງລົງຮອດຮາກຖານໄດ້ລຸລ່ວງ. ຫວຽດນາມ ບໍ່ພຽງແຕ່ໄດ້ມີຄວາມເຊື່ອໝັ້ນຕໍ່ຕົນເອງໃນການແກ້ບົດໂຈດພັດທະນາຢ່າງໄວວາ, ໝັ້ນຄົງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ຢັ້ງຢືນຄຸນນະທາດຂອງປະເທດຊາດທີ່ມີສະຖຽນລະພາບ, ເປັນເຈົ້າການ ແລະ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ມິຄວາມຮັບຜິດຊອບບົນເວທີສາກົນອີກດ້ວຍ./.








