ວັນທີ 2 ກັນຍາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຢາກຈັດກອງປະຊຸມສຸດຍອດກັບ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເມື່ອບັນດາຝ່າຍໄດ້ກຽມພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຢຸດຕິການປະທະກັນກັບ ຢູແກຼນ. ຖະແຫຼງການໄດ້ຍົກອອກມາ, ໃນສະພາບການ, ຫວ່າງແລ້ວນີ້ ວໍຊິງຕັນ ແລະ ມົດສະກູ ໄດ້ເຊື່ອມຕໍ່ບັນດາຊ່ອງທາງສົນທະນາຂັ້ນສູງຄືນໃໝ່.
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ໄດ້ພ້ອມແລ້ວທີ່ຈະພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ແຕ່ວ່າ ການພົບປະຈະໄດ້ດຳເນີນເມື່ອ ລັດເຊຍ ແລະ ຢູແກຼນ ບັນລຸໄດ້ບັນດາເງື່ອນໄຂ ກ່ຽວກັບຂໍ້ຕົກລົງສັນຕິພາບຫຼາຍພໍສົມຄວນ. ການພົບປະຄັ້ງຫຼ້າສຸດ ລະຫວ່າງ ການນຳສອງທ່ານໄດ້ຈັດຂຶ້ນຢູ່ Anchorage ຢູ່ລັດ Alaska ເມື່ອທ້າຍປີ 2025 ແຕ່ບໍ່ນຳມາເຊິ່ງໝາກຜົນໃດ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ສືບຕໍ່ຢັ້ງຢືນຄວາມປາດຖະໜາຢາກຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຢູ່ຢູແກຼນ, ແຕ່ກໍ່ຍອມຮັບວ່າ ຄວາມແຕກຕ່າງກັນທີ່ໃຫຍ່ຫຼວງລະຫວ່າງ ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ເຮັດໃຫ້ການບັນລຸໄດ້ຂໍ້ຕົກລົງປະສົບກັບຄວາມຫຍຸ້ງຍາກກວ່າ.




