ຢາ Remdesivir ຕ້ານເຊື້ອໄວຣັດ SARS - CoV - 2 (ພາບ: AFP/TTXVN) |
Remdesivir ແມ່ນຢາຊະນິດທຳອິດທີ່ໃຫ້ໝາກຜົນດີພໍສົມຄວນໃນບັນດາການທົດລອງກັບຄົນຢ່າງເປັນທາງການ. ຢູ່ອາເມລິກາ, ອິນເດຍ ແລະ ສ.ເກົາຫຼີ ຢາດັ່ງກ່າວໄດ້ຮັບການອະນຸຍາດນຳໃຊ້ໃນກໍລະນີສຸກເສີນເພື່ອປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ມີອາການໜັກ. ຢູ່ບາງປະເທດເອີລົບ, ຢານີ້ກໍ່ໄດ້ຮັບການນຳໃຊ້ຕາມບັນດາໂຄງການພິເສດ.
ຕາມແຈ້ງການຂອງອົງການການຢາເອີລົບ (EMA) ຊີ້ແຈ້ງວ່າ ອົງການນີ້ພວມຍູ້ໄວຂັ້ນຕອນຕີລາຄາຜົນປະໂຫຍດ ແລະ ຄວາມສ່ຽງຂອງຢາ ແລະ ຈະຍົກອອກຄຳຕັດສິນໂດຍໄວໃນຊຸມສັບປະດາຈະມາເຖິງ. ຖ້າຫາກວ່າໄດ້ຮັບການອະນຸຍາດແລ້ວ, ຢາ ຂອງ Gilead ຈະແມ່ນຢາປິ່ນປົວຜູ້ຕິດເຊື້ອ Covid – 19 ທຳອິດທີ່ໄດ້ຮັບການນຳໃຊ້ຢູ່ ເອີລົບ.





