ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງການສະໜັບສະໜູນເລື່ອງຂະຫຍາຍທັງຈຳນວນສະມາຊິກປະຈຳການ ແລະ ບໍ່ປະຈຳການ, ຮັບປະກັນການຕາງໜ້າທີ່ຍຸຕິທຳໃຫ້ແກ່ບັນດາພາກພື້ນ, ໂດຍສະເພາະແມ່ນສຳລັບກຸ່ມບັນດາປະເທດທີ່ຍັງບໍ່ທັນມີຜູ້ຕາງໜ້າ ຫຼື ມີຜູ້ຕາງໜ້າຈຳນວນໜ້ອຍ ແລະ ບັນດາປະເທດພວມພັດທະນາ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ຕ້ອງໄດ້ຄິດໄລ່ເຖິງບົດບາດ ແລະ ການປະກອບສ່ວນຂອງບັນດາປະເທດ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ໃນຂະນະທີ່ພິຈາລະນາຄັດເລືອກສະມາຊິກໃໝ່. ການດຳເນີນລະຫວ່າງລັດຖະບານ ຄວນສຸມໃສ່ບັນດາເປົ້າໝາຍ, ວິໄສທັດຍາວໄກຂອງ ສປຊ ໃນໄລຍະຈະມາເຖິງ ແລະ ການເຈລະຈາຕ້ອງມີຄວາມຈິງໃຈ, ເຄົາລົບເຊິ່ງກັນແລະກັນ, ພະຍາຍາມຊອກຫາຈຸດລວມ ເພື່ອຊຸກຍູ້ການເຈລະຈາ ມຸ່ງໄປເຖິງການບັນລຸຄວາມສະໜັບສະໜູນຢ່າງກວ້າງຂວາງ ກ່ຽວກັບບັນຫາສຳຄັນນີ້.






