ວັນ​ທີ 27 ພຶ​ດ​ສະ​ພາ, ກອງ​ທັບ ອາ​ເມ​ລິ​ກາ ໄດ້​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ຕອນ​ກາງ​ຄ​ືນ​ແນ​ໃສ່ ອີ​ຣານ ຕື່ມ​ອີກ, ການ​ບຸກ​ໂຈມ​ຕີ​ແນ​ໃສ່​ຮາກ​ຖານ​ດ້ານ​ການ​ທະ​ຫານ​ຈຳ​ນວນ​ໜຶ່ງເຊິ່ງ ວໍ​ຊິງ​ຕ​ັນ ຖື​ວ່າ​ມີ​ຄວາມ​ສ່ຽງ​ນ​າບ​ຂູ່​ກຳ​ລັງ ອາ​ເມ​ລິ​ກາ ແລະ ບັນ​ດາ​ກຳ​ປັ່ນ​ການ​ຄ້າ​ຢູ່​ພາກ​ພື້ນ.

ການ​ກະ​ທຳ​ຫຼ້າ​ສຸດ​ດຳ​ເນີນ​ໄປ​ໃນ​ສະ​ພາບ​ຄວາມ​ເຄ​ັ່ງ​ຕຶງ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ເຕ​ເຮ​ຣາ​ນ ສືບ​ຕໍ່​ເພີ່ມ​ຂຶ້ນ ເຖິງວ່າ​ທັງ 2 ຝ່າຍ​ຍັງ​ຮັກ​ສາ​ບັນ​ດາ​ຊ່ອງ​ຕິດ​ຕໍ່​ແນ​ໃສ່​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ຫຼຸດ​ຜ່ອນ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ. ​ໃນ​ວັນ​ດຽວ​ກັນ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງວ່າ ອີ​ຣານ ຈະ​ບໍ່​ໄດ້​ຮັບ​ມາດ​ຕະ​ການ​ຜ່ອນ​​ຜັນ​ຄຳ​ສັ່ງ​ລົງ​ໂທດ​ໃດໆ ເພື່ອ​ແລກ​ເອ​ົ​າ​ເລື່ອງ​ປະ​ລະ​ສາງ ຢູ​ລາ​ນຽມ ​ເສີມ​ທາດ​ຢູ່​ລະ​ດັບ​ສູງ.