ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຈັດກອງປະຊຸມສະພາປະຊາຊົນທົ່ວປະເທດຜັນຂະຫຍາຍທິດທາງ, ໜ້າທີ່ອາຍຸການ 2026 – 2031. ທ່ານ ເຈິ່ນແທັງເໝິນປະທານສະພາແຫ່ງຊາດ ຫວຽດນາມເປັນປະທານກອງປະຊຸມ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າກອງປະຊຸມບໍ່ພຽງແຕ່ເພື່ອສະຫຼຸບອາຍຸການເຄື່ອນໄຫວຂອງສະພາປະຊາຊົນ ທຸກຂັ້ນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອສັງເກດຢ່າງຄົບຖ້ວນກວ່າຕໍ່ກັບຕຳແໜ່ງ, ບົດບາດຂອງອົງການຂັ້ນທ້ອງຖິ່ນໂດຍປະຊາຊົນເລືອກຕັ້ງ ໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ:
ພັກ, ລັດ ປະກາດໃຊ້, ຜັນຂະຫຍາຍຫຼາຍນະໂຍບາຍຊີ້ຂາດຍຸດທະສາດກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ການຫັນເປັນດີຈີຕອນແຫ່ງຊາດ, ການປະຕິຮູບການຈັດຕັ້ງກົງຈັກ, ການແບ່ງຂັ້ນ, ແບ່ງສິດອຳນາດ ແລະ ສັບຊ້ອນຫົວໜ່ວຍບໍລິຫານຄືນໃໝ່. ໃນສະພາບການນັ້ນ, ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ຊິດຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການ; ການແນະນຳຂອງຄະນະປະຈຳສະພາແຫ່ງຊາດ, ການປະສານສົມທົບຢ່າງແໜ້ນແຟ້ນຂອງລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະພັກທ້ອງຖິ່ນທຸກຂັ້ນ, ສະພາປະຊາຊົນທຸກຂັ້ນໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຢັ້ງຢືນບົດບາດແມ່ນອົງການທີ່ມີສິດອຳນາດແຫ່ງລັດຢູ່ທ້ອງຖິ່ນ, ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງຫວັງ ແລະ ສິດເປັນເຈົ້າຂອງປະຊາຊົນ.




