ສິດມີທີ່ຢູ່ຖືກຕ້ອງຕາມກົດໝາຍແມ່ນສິດຂອງພົນລະເມືອງ ໂດຍລັດຖະທຳມະນູນ ແລະ ກົດໝາຍ ຫວຽດນາມ ຮັບປະກັນ. ກົດໝາຍວ່າດ້ວຍເຮືອນຢູ່ ກໍ່ຢັ້ງຢືນແຈ້ງເຖິງສິດມີບ່ອນຢູ່ອາໄສ ແລະ ສິດກຳມະສິດເຮືອນຢູ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ. ສິ່ງນັ້ນສະແດງວ່າ ການເອົາໃຈໃສ່ດ້ານເຮືອນຢູ່ໃຫ້ແກ່ ປຊຊ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຄຸ້ມຄອງຂອງລັດເທົ່ານັນ, ຫາກຍັງແມ່ນທາດແທ້ຂອງລັດທີ່ຍາມໃດກໍ່ຕັ້ງມະນຸດຢູ່ທີ່ຕັ້ງໃຈກາງຂອງການພັດທະນາອີກດ້ວຍ.
ສ້າງລະບົບຊີວະພາບທີ່ຢູ່ຖາວອນ
ຕົວຈິງໃນຫຼາຍປີມານີ້ໃຫ້ເຫັນວ່າ ພ້ອມກັບລະດັບຄວາມໄວໃນການຫັນເປັນຕົວເມືອງໄວ ແລະ ການຫັນປ່ຽນແຮງງານຢ່າງແຮງ, ຄວາມຕ້ອງການດ້ານເຮືອນຢູ່ຂອງຜູ້ມີລາຍຮັບຕ່ຳ, ກຳມະກອນ, ຜູ້ອອກແຮງງານຢູ່ບັນດາຕົວເມືອງນັບມື້ນັບຫຼາຍ. ໃນຂະນະນັ້ນ, ຄວາມສາມາດເຂົ້າເຖິງເຮືອນຢູ່ຂອງ ປຊຊ ຫຼາຍຄົນຍັງມີຄວາມຈຳກັດຢູ່, ແຫຼ່ງສະໜອງເຮືອນຢູ່ສັງຄົມບໍ່ທັນຕອບສະໜອງໄດ້ທັນກັບຄວາມຕ້ອງການ, ຍັງມີຂໍ້ຕິດຄັດດ້ານທີ່ດິນ, ລະບຽບການລົງທຶນ ແລະ ກົນໄກສິນເຊື່ອຫຼາຍຢ່າງ. ທີ່ການປະຊຸມກ່ຽວກັບການພັດທະນາເຮືອນຢູ່ໃຫ້ເຊົ່າຢູ່ນະຄອນຫຼວງ ຮ່າໂນ້ຍ ເມື່ອວັນທີ 25 ພຶດສະພາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
ລັດຈະສວມບົດບາດສ້າງລະບອບລະບຽບການ, ນະໂຍບາຍ, ວາງແຜນກຳນົດ ແລະ ສ້າງບັນດາເຄື່ອງມືດ້ານການເງິນ, ສິນເຊື່ອ ເພື່ອໃຫ້ຕະຫຼາດພັດທະນາຢ່າງປອດໃສ ແລະ ຈະແຈ້ງ. ພວກເຮົາຈະມີກົນໄກ, ນະໂຍບາຍເພື່ອລະດົມວິສາຫະກິດ ແລະ ແຫຼ່ງກຳລັງສັງຄົມເຂົ້າຮ່ວມດ້ວຍຜົນກຳໄລທີ່ເໝາະສົມ ແລະ ຮັບປະກັນໃຫ້ ປຊຊ ໄດ້ເຂົ້າເຖິງກັບເຮືອນຢູ່ຖາວອນ, ຍາວນານ, ປອດໄພ ແລະ ເໝາະສົມກັບຄວາມສາມາດໃຊ້ຈ່າຍ.
ໜ້າສົນໃຈຄື, ເປັນຄັ້ງທຳອິດທີ່ ຫວຽດນາມ ກຳນົດແຈ້ງວ່າ ເຮືອນຢູ່ໃຫ້ເຊົ່າຕ້ອງກາຍເປັນພາກສ່ວນຍຸດທະສາດໄລຍະຍາວ. ສິ່ງນິ້ໄດ້ສ່ອງແສງການປ່ຽນແປງໃນຈິນຕະນາການພັດທະນາເຮືອນຢູ່. ຍ້ອນວ່າ ບໍ່ແມ່ນໃຜກໍ່ມີຄວາມສາມາດກຳມະສິດເຮືອນຢູ່ໂດຍທັນທີ, ແຕ່ ປຊຊ ທຸກຄົນລ້ວນແຕ່ຕ້ອງມີໂອກາດເຂົ້າເຖິງເຮືອນຢູ່ຖາວອນ ແລະ ປອດໄພ. ຢູ່ຫຼາຍປະເທດພັດທະນາ, ເຮືອນຢູ່ໃຫ້ເຊົ່າແມ່ນແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງນະໂຍບາຍຊີວິດສັງຄົມ ແລະ ການພັດທະນາຕົວເມືອງ. ເລື່ອງ ຫວຽດນາມ ເລີ່ມສ້າງພາກສ່ວນນີ້ຢ່າງແຈະແຈ້ງກ່ວາ ໄດ້ສະແດງໃຫ້ເຫັນວ່າ ນະໂຍບາຍເຮືອນຢູ່ ພວມໃກ້ເຂົ້າກັບຄວາມຕ້ອງການຕົວຈິງຂອງສັງຄົມ ແລະ ທ່າອ່ຽງພັດທະນາທັນສະໄໝກ່ວາອີກ.
ຮັບປະກັນສິດມີທີ່ຢູ່ຖາວອນຂອງ ປຊຊ ທຸກຄົນ
ທີ່ການເຮັດວຽກັບຄະນະພັກລັດຖະບານ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 34 ຂອງຄະນະເລຂາທິການ ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານພັດທະນາເຮືອນຢູ່ສັງຄົມໃນສະພາບການໃໝ່, ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ:
ຕ້ອງຈັດວາງເຮືອນຢູ່ໃນຍຸດທະສາດພັດທະນາເຮືອນຢູ່ແຫ່ງຊາດ, ແຕ່ລະເຂດຕົວເມືອງ, ເຂດອຸດສາຫະກຳ, ເຂດເສດຖະກິດ, ເຂດກຳລັງໜູນ ແລະ ແລວເຕີບໂຕ. ຕ້ອງວາງແຜນຜັງເຮືອນຢູ່ຕິດພັນກັບພື້ນຖານເຕັກນິກ ແລະ ການບໍລິການສັງຄົມ, ມີລະບອບລະບຽບການວັດທະນທຳ, ການດຳເນີນຊີວິດທີ່ຄົບຖ້ວນໃຫ້ແກ່ ປຊຊ. ລັດຕ້ອງສ້າງກອງທຶນທີ່ດິນ, ວາງແຜນກຳນົດ, ໜູນຊ່ວຍດ້ານການເງິນ, ກຳນົດມາດຕະຖານ, ຫັນບັນດາລະບອບລະບຽບການບໍລິຫານທີ່ກ່ຽວຂ້ອງເປັນງ່າຍດາຍ ແລະ ສະດວກ, ຕະຫຼາດເຂົ້າຮ່ວມການກໍ່ສ້າງ, ເຄື່ອນໄຫວດ້ວຍຜົນປະໂຫຍດທີ່ເໝາະສົມ, ປຊຊ ໄດ້ເຂົ້າເຖິງກັບເຮືອນຢູ່ຖາວອນ, ປອດໄພ, ເໝາະສົມກັບຄວາມສາມາດໃຊ້ຈ່າຍ ແລະ ຖືກຕ້ອງກັບເປົ້າໝາຍ. ເຮືອນຢູ່ໃຫ້ເຊົ່າຕ້ອງກາຍເປັນເສົາຄ້ຳຍຸດທະສາດ.
ຄຸນຄ່າຂອງປະເທດພັດທະນາໜຶ່ງ ຕ້ອງໄດ້ວັດແທກດ້ວຍຄວາມສາມາດທີ່ ປຊຊ ທຸກຄົນລ້ວນແຕ່ມີໂອກາດສຳພັດກັບຊີວິດການເປັນຢູ່ຢ່າງເປັນປົກກະຕິ ດ້ວຍກຳລັງແຮງງານຂອງຕົນ. ບັນດານະໂຍບາຍເຮືອນຢູ່ທີ່ພວມໄດ້ຜັນຂະຫຍາຍໃນປະຈຸບັນ ບໍ່ພຽງແຕ່ມີຄວາມໝາຍດ້ານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນການຢັ້ງຢືນຢ່າງແຮງ ກ່ຽວກັບຈິດໃຈພັດທະນາກວມລວມ, ຖືມະນຸດເປັນໃຈກາງ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ ໃນວິວັດການພັດທະນາ./.








