ໃນ​ໄລ​ຍະ​ຜ່ານ​ມາ, ກອງ​ທະ​ຫານ​ຊ່າງ​ແ​ສງເລກ​ 4 ຫວຽດ​ນາມ ໄດ້​ຜ່ານ​​ການກວດ​ກາ​ຢ່າງ​ຮອບ​ດ້ານ​ຂອງ ບັນ​ຊ​າ​ການ​ຄະ​ນະ (Force Commander Evaluation) ດ້ວຍລະດັບ​ການ​ຈັດ​ປະເພດ​ກຳ​ລັງ​ຄວາມ​ສາ​ມາດ​​ສູງ​ທີ່​ສຸດ: ດີ​ເລີດ​ພິ​ເສດ; ເປັນ​ການຢັ້ງ​ຢືນຄຸນ​ນະ​ທາ​ດ ແລະ ລະ​ດັບ​ວິ​ຊາ​ສະ​ເພາະ​ທີ່ດີເກີນຄາດ​ຂອງ​ບັນ​ດາ​ທະ​ຫານໝວກ​ເບເລ ຫວຽດ​ນາມ.

ໂດຍ​ຈັດ​ຂຶ້ນ 6 ເດືອນ​ເທື່ອ​ໜ​ຶ່ງ, ຄະ​ນະ UNISFA ໄດ້​ຜັນ​ຂະ​ຫຍາຍການກວດ​ກາຄືນ​ຢ່າງ​ຮອບ​ດ້ານ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ຈາກ​ກອງເຄື່ອງ​ປະ​ກອບ, ເສ​ນາ​ຮັກ, ຂົ​ນ​ສົ່ງ, ພະ​ລາ​ທິ​ການ ແລະ ການສື່​ສານ… ສະ​ໄໝ​ຕີ​ລາ​ຄາ​ຄັ້ງ​ນີ້​ໄດ້​ສວມ​ບົດ​ບາດ​ຄື​ດັ່ງ​ສິ່ງ​ທົດ​ສອບ​ຕົວ​ຈ​ິງ, ສອດສ່ອງ​ທຸກ​ແງ່​ມູມ​ການ​ເຄ​ື່ອນ​ໄຫວ​ຂອງ​ກຳ​ລັງ ພາຍ​ຫຼັງ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້ໃນ​ໄລ​ຍະ​ໜຶ່ງ.

ນອກ​ຈາກ​ເລື່ອງ​ເປັ​ນ​ມື​ອາ​ຊີບໄດ້ສະ​ແດງ​ຢ່າງ​ຈະ​ແຈ້ງ​ຜ່ານ “ບົດເສັງທິດ​ສະ​ດີ” ກ່ຽວ​ກັບ​ກຳ​ລັງ​ເຄື່ອນ​ໄຫວ​ລະ​ບົບ, ໃນ​ເນື້ອ​ໃນ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ການສູ້​ຮົບ, ກອງ​ທະ​ຫານ​ຊ່າງ​ແສງ​ເລກ 4 ຍັງສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ ເມື່ອ​ເປັນ​ກົມ​ກອງ​ໜຶ່ງ​ດຽວ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ UNISFA (ຄະ​ນະ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາວ​ຂອງ​ສະ​ຫະ​ປະ​ຊາ​ຊາ​ດ​ຢູ່ Abyei) ສ້າງ​ໄດ້​ລະ​ບົບ​ຮົ້ວປ້ອງກັນ 5 ຊັ້ນ​ທີ່​ໝັ້ນ​ແກ່ນ. ກຳ​ລັງ​ຄວາມ​ສາ​ມາດ​ຂອງກອງ​ທະ​ຫານ​ຊ່າງ​ແສງ​ເລກ 4 ຍັງ​ໄດ້​ຮັບ​ການ​ຕີ​ລາ​ຄາຈາກບັນດາກິດຈະກຳພື້ນຖານຄງລ່າງຕອບສະໜອງບັນດາຄາດໝາຍເຕັກນິກຂອງຄະນະ. ຜ່ານບັນດາເນື້ອໃນຕີລາຄາ​ຮອບ​ດ້ານ​ຢູ່​ພື້ນ​ທີ່​ຕົວ​ຈິງ, ກອງ​ທະ​ຫານ​ຊ່າງ​ແສງ​ເລກ 4 ໄດ້​ບັນ​ລຸ​ລະດັບການ​ຈັດ​ປະເພດ​ກຳ​ລັງ​ຄວາມ​ສາ​ມາດ​ສ​ູງ​ສຸດ: ແມ່ນ​ກົມ​ກອງ​ດີ​ເລີດ​ພິ​ເສດ, ໄດ້​ລື່ນ​ກາຍ​ຄວາມ​ຄາດ​ຫວັງ​ຢ່າງ​ຕໍ່​ເນື່ອງ ແລະ ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.