ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອານ​າ​ຈັກ ໄທ ຢ່າງ​ເປັນ​ທາງ​ການ (ແຕ່​ວັນ​ທີ 27 – 29 ພຶດ​ສະ​ພາ), ​ວ​ັນ​ທີ 28 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ ບາ​ງກອກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ໄທ ໂສ​ພອນ ຊາ​ຣັມ.

ຢູ່​ທີ່ນ​ີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ ໄທ ສືບ​ຕໍ່​ເອົາ​ໃຈ​ໃສ່​, ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່​ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ, ​ມີ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຢ່າງ​ຮອບ​ດ້ານ​ໄລ​ຍະ 2026 – 2031 ທີ່​ຫາກໍ່​ໄດ້​ຮ​ັບ​ການ​ລົງ​ນາມ ທີ່​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ທິ​ນ ​ຊານ​ວິ​ຣະ​ກຸນ, ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳ​ຄັນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ…

2 ຝ່າຍກໍ່​ຢືນ​ຢັນ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ບັນ​ດາ​ກົນ​ໄກ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ໃນ​ ອາ​ຊຽນ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບຍ​ືນ​ຍົງ​ຢູ່​ພາກ​ພື້ນ.