ວັນທີ 27 ພຶດສະພາ, ໃນກອງປະຊຸມຢູ່ ບຣຸກແຊນ, ປະເທດ ແບນຊິກ, ບັນດາປະເທດສະມາຊິກ ເອີລົບ (ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງລະຫວ່າງລັດຖະສະພາ ເອີລົບ (EP) ແລະ ສະພາ ອີຢູ ຢ່າງເປັນທາງການ ເພື່ອແນໃສ່ສ້າງລະບຽບການດ້ານນິຕິກຳໃຫ້ແກ່ຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ໃຫ້ສົມບູນແບບ ກ່ອນກຳນົດເວລາສຸດທ້າຍແມ່ນວັນທີ 04 ກໍລະກົດ.
ຕາມແຈ້ງການກ່ອນໜ້ານັ້ນຂອງ EP, ຂໍ້ຕົກລົງລະຫວ່າງອົງການນີ້ ແລະ ສະພາ ອີຢູ ໄດ້ເພີ່ມເນື້ອໃນຈຳນວນໜຶ່ງໃນຂໍ້ຕົກລົງ ເພື່ອຫຼຸດຜ່ອນຄວາມຂາດສະຖຽນລະພາບດ້ານການຄ້າຂ້າມປາຊີຟິກ ແລະ ປົກປ້ອງຂະແໜງອຸດສາຫະກຳ, ກະສິກຳ ກໍຄືວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ອີຢູ ໃຫ້ເປັນຢ່າງດີກວ່າ. ຂໍ້ກຳນົດຕົ້ນຕໍກ່ຽວຂ້ອງເຖິງການນຳເຂົ້າສິນຄ້າອຸດສາຫະກຳ ແລະ ຜະລິດຕະພັນກະເສດ - ທັນຍາຫານ ຈະມີບັນດາມາດຕາໝົດຜົນສັກສິດໃນວັນທີ 31 ທັນວາ 2029. ພ້ອມກັນນັ້ນ, ຄະນະກຳມະການ ເອີລົບ ມີສິດຢຸດຕິບັນດາບຸລິມະສິດດ້ານພາສີອາກອນທີ່ສະຫງວນໃຫ້ແກ່ ອາເມລິກາ ຖ້າຫາກ ວໍຊິງຕັນ ບໍ່ແກ້ໄຂບັນດາຄວາມວິຕົກກັງວົນຂອງ ອີຢູ ກ່ຽວຂ້ອງເຖິງເລື່ອງຈັດວາງພາສີສຳລັບສິນຄ້າສົ່ງອອກຂອງກຸ່ມ.




