ຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມກຸ່ມປະຕິບັດງານລະຫວ່າງຂະແໜງ ກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ. ທ່ານພົນຈັດຕະວາ ຟ້າມແມັ້ງທັ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ໃຫ້ຮູ້ວ່ານັບແຕ່ເດືອນພຶດສະພາ 2014 ມາຮອດປັດຈຸບັນ, ຫວຽດນາມໄດ້ຈັດສົ່ງນາຍທະຫານ ແລະ ພະນັກງານການທະຫານທີ່ເປັນມືອາຊີບເກືອບ 1.400 ເທື່ອຄົນ ໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດການປົກປັກຮັກສາສັນຕິພາບຂອງ ສປຊ. ບັນດາກຳລັງນີ້ໄດ້ ແລະ ພວມປະຕິບັດສຳເລັດໜ້າທີ່ ຢ່າງດີເລີດເຊິ່ງໄດ້ຮັບການຕີລາຄາສູງຈາກ ສປຊ, ປະຊາຄົມສາກົນ.
ເດືອນ ເມສາ 2026, ຫວຽດນາມ ໄດ້ຈົດທະບຽນສຳເລັດ 7 ຮູບແບບກົມກອງໃໝ່ໃນລະບົບຕີລາຄາຄວາມສາມາດກຽມພ້ອມການປະຕິບັດງານ ຂອງ ສປຊ ແລະ ໄດ້ຮັບຮອງຢູ່ຂັ້ນ 1. ເລື່ອງ ຫວຽດນາມ ຈົດທະບຽນສຳເລັດບັນດາຮູບແບບກົມກອງຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດໃນລະບົບຕີລາຄາຄວາມສາມາດກຽມພ້ອມການປະຕິບັດງານ ຂອງ ສປຊ ໄດ້ສືບຕໍ່ຢັ້ງຢືນການຕີລາຄາສູງຂອງ ສປຊ ຕໍ່ໝາກຜົນແຫ່ງການປະຕິບັດໜ້າທີີ່ເຂົ້າຮ່ວມ ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງກຳລັງຫວຽດນາມ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນຂົງເຂດນີ້.




