ວັນ​ທີ 27 ພຶ​ດ​ສະ​ພາ, ຢູ່​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ສາ​ກົນ ດົ່ງ​ເຕິມ, ຕາ​ແສງ ທຽດ​ອົງ, ແຂວງ ແທັງ​ຮ​ວາ, ໄດ້​ຈັດ​ພິ​ທີ​ໄ​ຫວ້​ອາ​ໄລ ແລະ ປົງ​ສົບອັດ​ຖິທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ຢູ່ ລາ​ວ ຈຳ​ນວນ 19 ຊຸດ​, ທີ່​ໄດ້​​​ທ້ອນໂຮມ​ໃນ​ລະ​ດູ​ແລ້ງ​ປີ 2025 – 2026.

ເຂົ້າ​ຮ່ວ​ມ​ພິ​ທີ​, ທ່ານ​ພົນ​ເອກ ຫງວຽນ​ຈ້ອງ​ເງັ້ຍ​, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ພ້ອມ​ກັບ​​ຜູ້​ຕ​່າງ​ໜ້າ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ​ສູນ​ກາງ ແລະ ແຂວງ ຫົວ​ພັນ, ປະ​ເທດ ສ​ປ​ປ.ລາວ, ຖະ​ຫວາຍ​ທູບ​ທຽນ​ຕອບ​ບຸນ​ແທນ​ຄ​ຸນ​ບັນ​ດາ​ລູກ​ຜູ້​ດີ​ເດັ່ນ​ຂອງ​ຊາດ ທີ່​ໄດ້​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ, ເສຍ​ສະ​ຫຼະ​ຊິ​ວິດ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ໃຫ້​ແກ່​ປະ​ເທ​ດ​ຊາດ ແລະ ພັນ​ທະ​ສາ​ກົນ​ອັນ​ສູງ​ສົ່ງ​ຢູ່ ລາວ. ພ້ອມ​ກັນ​ນັ້​ນ, ເພີ່​ມ​ພ​ູນ​ຄຸ​ນ​ສ້າງ​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ສວຍ​ສົດ​ງົດ​ງາມ, ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ໄປ. ພາຍ​ຫຼັງ​ພິ​ທີ​ໄຫວ້​ອາ​ໄລ, ບັນ​ດາ​ຜູ້​ແທນ ແລະ ປະ​ຊາ​ຊົນ​ໄດ້​ຈັດ​ພິ​ທີ​ປົງ​ສົບ​ 19 ຊຸດຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ສາ​ກົນ ດົ່ງ​ເຕິມ.

ນັບ​ແຕ່​ປີ 1998 ມາ​ຮອດ​ປະ​ຈຸ​ບັນ, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4, ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນແຂວງ ຫົວ​ພັນ, ກອງ​ທ້ອນ​ໂຮມ​ຂຸມ​ຝັງ​ສົບ​ນັກ​ຮ​ົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ແທັງ​ຮ​ວາ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​​ນັບ​ພັນ​ຊຸດຂອງ​ເພື່ອນ​ຮ່ວມ​ກົມ​ກ​ອງ​ນຳ​ມາ​ເຂດ​ດິນ​ແດນ​ແຫ່ງ​ບ້ານ​ເກີດ​ເມື​ອງນອນ ຫວຽດ​ນາມ ເພື່ອ​ປົງ​ສົບ.