“ຕ້ອງ​ຊຸກ​ຍູ້ “3 ເຊື່ອມ​ຕໍ່” ເພື່ອ​ສ້າງ​ເປັນ​ເຂດ​ເສດ​ຖະ​ກິດ​ເພີ່​ມ​ເຕີມ​ໃຫ້​ແກ່​ກັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ”. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ໄທ, ຈ​ັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 28 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ ບາງກອກ, ປະ​ເທດ​ ໄທ​, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ໄທ ຢ່າງ​ເປັນ​ທາງ​ການ.

ກ່າວ​ຄຳ​ເຫ​ັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທ​ດ​ຕ້ອງ​ຫຼາຍກວ່າ​ການ​ແລກ​ປ່ຽນ​ສິນ​ຄ້າ​ທຳ​ມະ​ດາ, ມຸ່ງ​ໄປ​ເຖິງເລື່ອງ​ພ້​ອມ​ກັນ​ຜະ​ລິດ, ພ້ອມ​ກັນ​ປຸງ​ແຕ່ງ, ພ້ອມ​ກັນ​ຈຳ​ໜ່າຍ ແລະ ພ້ອມ​ກັນ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ ການ​ຊຸກ​ຍູ້ “3 ເຊື່ອມ​ຕໍ່” ເພື່ອ​ສ້າງ​ເປັນ​ເຂດ​ເສດ​ຖະ​ກິດ​ເພີ່​ມ​ເຕີມ​ໃຫ້​ແກ່​ກັນ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ. ກ່ອນ​ອື່ນ​ໝົດ​ແມ່ນ​ເຊື່ອມ​ຕໍ່​ການ​ຜະ​ລິດ, ລວມ​ມີ​ການ​ເຊື່ອມ​ຕໍ່​​ລະ​ບົບ​ສະ​ໜອງ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ໃຫ້​ເລິກ​ເຊິ່ງກວ່າ; ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ແລະ ສຸດ​ທ້າຍ​ແມ່ນ​ເຊື່ອມ​ຕໍ່​ການ​ຫັນ​ປ່ຽນ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູນ​ວຽນ, ພະ​ລັງ​ງານ​ສະ​ອາດ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ນະ​ວັດ​ຕະ​ກຳ ແລະ ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ”.