ວັນ​ທີ 27 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ), ໄດ້​ດຳ​ເນີນກອງ​ປະ​ຊຸມ​ຂະ​ບວນ​ການ​ບໍ່​​ຮ່ວມ​ກຸ່ມເພື່ອ​ຮັບ​ຟັງທ່ານ Bruno Rodríguez Parrilla ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກຸຍ​ບາ ແບ່ງ​ປັນ​ກ່ຽວ​ກັບ​ສະ​ພາບ​ການ​ກຸຍ​ບາ​ໃນ​ປັດ​ຈຸ​ບັນ, ໃນ​ສະ​ພາບ​ການ​ບັນ​ດາ​ມາດ​ຕະ​ການ​ປິດ​ລ້ອມ, ຂວ້ຳ​ບາດ ແລະ ບັງ​ຄັບ​ແບບ​ພຽງ​ລຳ​ຟັງ​ຝ່າຍ​ດຽວ ເລັ່ງ​ໃສ່​ກຸຍ​ບາ ສືບ​ຕໍ່​ຖືກ​ຮັດ​ໜ້ນ

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ Bruno Rodríguez Parrilla ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ກຸຍ​ບາ ໃຫ້​ຮູ້​ວ່າ ບັນ​ດາ​ມາດ​ຕະ​ການ​ປິດ​ລ້ອມ, ຂວ້ຳ​ບາດ​ພວມ​ກໍ່​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃຫ້​ແກ່​ເສດ​ຖະ​ກິດ ສັງ​ຄົມ ແລະ ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກຸຍ​ບາ, ພິ​ເສດ​ໃນ​ຂົງ​ເຂດ​ທີ່ຈຳ​ເປັນ​ຄື: ພະ​ລັງ​ງານ, ສະ​ບຽງ​ອາ​ຫານ ແລະ ການ​ແພດ, ພ້ອມ​ທັງ​ເພີ່ມ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ໄພ​ນາບ​ຂູ່​ນຳ​ໃຊ້​ອາ​ວຸດ​ສຳ​ລັບ​ກຸຍ​ບາ.

ໃນ​ການ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປ​ະ​ຈຳ ສ​ປ​ຊ ເນັ້ນ​ໜັກ​ວ່າ ເລື່ອງ​ສາ​ມັກ​ຄີ ກັບບັນ​ດາ​ຊາດ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ ແລະ ບໍ່​ມີ​ຄວາມ​ຍຸ​ຕິ​ທຳ ຍາມ​ໃດ​ກໍ່​ແມ່ນ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງ​ຂະ​ບວນ​ການ​ບໍ່​​ຮ່ວມ​ກຸ່ມ, ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ບົນຫຼັກ​ກ​ານ​ເອ​ກະ​ລາດ, ສະ​ເໝີ​ພາບ ອະ​ທິ​ປະ​ໄຕ, ບໍ່​ແຊກ​ແຊງເຂົ້າ​ວຽກ​ງານ​ພາຍ​ໃນ ແລະ ພ້ອມ​ກັນ​ຄົງ​ຕົວ​ຢ່າງ​ມີ​ສັນ​ຕິ​ພາບ. ຜູ້​ຕາງ​ໜ້າ ຫວຽດ​ນາມ ຮຽກ​ຮ້ອງ ບັນ​ດາ​ປະ​ເທດ ສະ​ມາ​ຊິກ​ຂະ​ບວນ​ການ​ບໍ່​​ຮ່ວມ​ກຸ່ມ ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ອອກ​ສຽງ​ຢ່າງ​ແຮງ​ຄັດ​ຄ້ານ​ການ​ປິດ​ລ້ອມ, ຂວ້ຳ​ບາດ​ຕໍ່​ກຸຍ​ບາ, ປະ​ກອບ​ສ່ວນ​ປົກ​ປ້ອງ​ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຂອງ​ຂະ​ບວນ​ການ.