ວັນ​ທີ 27 ພຶດ​ສະ​ພາ, ກົມ​ສູ້​ຮົບ (ກົມ​ໃຫຍ່​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ດັກ​ລັກ ກ່ຽວ​ກັບ​ໝາກ​ຜົນ​ການ​ແກ້​ໄຂ​ຂໍ້​ຄົງ​ຂ້າງ, ຂໍ້​ຈຳ​ກັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ກາ​ນ​ຂຸດ​ຄົ້​ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ IUU ຕາມ​ການ​ສະ​ເໜີ​ຂອງ ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC).

ໂດຍ​ຮັບ​ຮູ້ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຕ້ານ​ກາ​ນຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU), ທ່ານ​ພັນ​ເອກ ບຸຍ​ອຽນ​ຕິ້ງ, ຮອງ​ຫົວ​ໜ້າ​ກົມ​ສູ້​ຮົບ (ກົມ​ໃຫຍ່​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ), ຕີ​ລາ​ຄາ​ວ່າ ຄະ​ນະ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດັກ​ລັກ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU ຢ່າງ​ເຂັ້ມງວດ, ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັບ​ທ້ອງ​ຖິ່ນ ແລະ ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຄວບ​ຄຸມ​ກຳ​ປັ່ນ​ຫາ​ປາ, ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ຢູ່​ທະ​ເລ​ຕິດ​ພັນ​ກັບ​ກາ​ນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ສ່ວນ​ຄະ​ນະ​ກຳ​ມະ​ການ​ແຂວງ​ດັກ​ລັກ ໄດ້​ສະ​ເໜີ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດ​ນ​ແຂວງ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ, ກວດ​ກາ, ຄວບ​ຄຸມ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ລະ​ເມີດ IUU ຢ່າງ​ທັນ​ການ, ສ້າງ​ຂໍ້​ກຳ​ນົດ​ປະ​ສາ​ນ​ສົມ​ທົບ​ລະ​ຫວ່າງ​ຂະ​ແໜງ​ໃນ​ການ​ຕິດ​ຕາມ, ຄວບ​ຄຸມການ​ເຂົ້າອອກ​ທຽ-​ທ່າ​ຂອງ​ກຳ​ປັ່ນ​ຫາ​ ແລະ ແບ່ງ​ປັນ​ຂໍ້​ມູນ​ປັບ​ໄໝ​ການ​ລະ​ເມີດ.