ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ (ພາບ: VGP) |
ທ່ານໄດ້ເນັ້ນໜັກເຖິງເລື່ອງກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ມີພາລະກິດປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ເປັນກຳລັງຫຼັກແຫຼ່ງດ້ານເສດຖະກິດໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳເສດຖະກິດຂອງປະເທດ, ປະຕິບັດບົດບາດເປັນເຄື່ອງມືດັດສົມເສດຖະກິດມະຫາພາກຂອງລັດຖະບານ, ປະກອບສ່ວນສຳຄັນເຂົ້າໃນການສ້າງລາຍຮັບເຂົ້າງົບປະມານແຫ່ງລັດ; ເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.






