ຍ້ອງຍໍຊົມເຊີຍເອື້ອຍ - ອ້າຍຄູທີ່ເປັນຊົນເຜົ່າສ່ວນໜ້ອຍ 63 ຄົນ ເຊິ່ງໄດ້ເປັນແບບຢ່າງ ໃຫ້ແກ່ 26 ຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ສອນໜັງສືໂດຍກົງໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ (ພາບ: laodong.vn)
ປີ 2020, ລາຍການໄດ້ຍ້ອງຍໍຊົມເຊີຍເອື້ອຍ - ອ້າຍຄູທີ່ເປັນຊົນເຜົ່າສ່ວນໜ້ອຍ 63 ຄົນ ເຊິ່ງໄດ້ເປັນແບບຢ່າງ ໃຫ້ແກ່ 26 ຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ສອນໜັງສືໂດຍກົງໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດທີ່ປະສົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ - ສັງຄົມ … ທ່ານ ຫງວຽນແອັງຕ໊ວນ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:

“ພວກເຮົາເຫັນວ່າ ເອື້ອຍ - ອ້າຍຄູ 63 ຄົນ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້, ລ້ວນແຕ່ໄດ້ຜ່ານບັນດາເສັ້ນທາງທີ່ຍາວໄກ ແລະ ປະສົບກັບຄວາມຫຍຸ້ງຍາກລຳບາກ. ພວກຂ້າພະເຈົ້າຮັບຮູ້ໄດ້ຢ່າງຈະແຈ້ງວ່າ ເອື້ອຍ - ອ້າຍຄູແຕ່ລະຄົນທີ່ຢູ່ນີ້ໃນມື້ນີ້ ຮູ້ສຶກໄດ້ເຖິງການແບ່ງປັນ, ໃຫ້ກຳລັງໃຈ ແລະ ເພີ່ມກຳລັງຄວາມຜູກພັນກັບອາຊີບນັ້ນ ຈະມີເດັກນ້ອຍນັບພັນນັບໝື່ນຄົນຢູ່ບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງປະເທດຊາດ ຈະໄດ້ຮັບການອົບຮົມສັ່ງສອນ, ໄດ້ຮັບຄວາມຮັກແພງ ແລະ ມີໂອກາດເພື່ອປ່ຽນແປງຊາຕະກຳຂອງຕົນ ກໍຄື ຂອງບ້ານເມືອງ.”