|
(ພາບ: Reuters) |
ວັນທີ 01 ທັນວາ, ກະຊວງຍຸຕິທຳອາເມລິກາ ໃຫ້ຮູ້ວ່າ, ອົງການນີ້ບໍ່ພົບຫຼັກຖານກ່ຽວກັບການສໍ້ໂກງຂອງຜູ້ມີສິດເລືອກຕັ້ງຄົນໃດ ທີ່ສາມາດສົ່ງຜົນສະທ້ອນເຖິງໝາກຜົນການເລືອກຕັ້ງປະທານາທິບໍດີ. ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ William Barr ໃຫ້ຮູ້ວ່າ, ກະຊວງຍຸຕິທຳ ແລະ ກະຊວງຄວາມໝັ້ນຄົງພາຍໃນ ໄດ້ດຳເນີນການສືບສວນຄຳກ່າວຫາມີການສໍ້ໂກງຕາມລະບົບ ແລະ ລະບົບເຄື່ອງຄອບພິວເຕີໄດ້ຕັ້ງໂປຼແກຼມເພື່ອປ່ຽນແປງໝາກຜົນການເລືອກຕັ້ງ, ເຖິງຢ່າງໃດກໍ່ຕາມ, ບັນດາອົງການດັ່ງກ່າວກວດບໍ່ພົບຫຼັກຖານໃດກ່ຽວກັບສິ່ງດັ່ງກ່າວ. ພາຍຫຼັງຄຳຖະແຫຼງຂອງທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ, ຖັນແຖວຂອງທ່ານ D.Trump ຖືວ່າ, ບໍ່ມີການສືບສວນຄັ້ງໃດທີ່ໄດ້ດຳເນີນໂດຍກະຊວງຍຸຕິທຳໃນບັນຫາດັ່ງກ່າວ.






