ວັນ​ທີ 01 ມິ​ຖຸ​ນາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ, ພ້ອມ​ທັງ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່​ບັນ​ດາ​ປະ​ເທດຄູ່​ຮ​່ວມ​ມືຫຼັກ​ແຫຼ່ງ​ຂອງ ຫວຽດ​ນາມ ໃນ​ພາກ​ພື້ນ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້, ລວມ​ມີ: ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ໄທ, ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ ຢູ່​ ສິງ​ກະ​ໂປ, ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ຢູ່ກອງ​ປະ​ຊຸມ Shangri – la. ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ນີ້ ໄດ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ຢ່າງ​ແຮງ, ພ້ອມ​ທັງ​ຍົກ​ສູງ​ທີ່​ຕັ້ງບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ໃນ​ພາກ​ພື້ນ.

ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຫັນ​ແງ່​ຫວັງ​ໃຫຍ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ທີ່​ຄ້າຍ​ຄື​ກັນກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ ແລະ ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ, ຫວຽດ​ນາມ ກັບ ໄທ, ສິງ​ກະ​ໂປ ແລະ ຟີ​ລິນ​ປິນ ຈະ​ສືບ​ຕໍ່​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ, ພ້ອມ​ກັນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ, ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໂລກ.

ສ້າງ​ກຳ​ລັງ​ຝັກ​ດັນ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ ກັບ ໄທ, ສິງ​ກະ​ໂປ, ຟີ​ລິບ​ປິນ ຕື່​ມ​ອີກ

ໂດຍ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ ຫວຽດ​ນາມ - ໄທ, ຫວຽດ​ນາມ - ສິງ​ກະ​ໂປ ຫາ​ກໍ່​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ຫວຽດ​ນາມ ກໍ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ ໄທ ແລະ ຟີ​ລິບ​ປິນ ໃນ​ປີ​ນີ້, ການ​ນຳ​ສູງ​ສຸດ​ຂອງ ຫວຽດ​ນາມ ແລະ ການ​ນຳ​ຂັ້ນ​ສູງ​ສາມ​ປະ​ເທດ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ກຳ​ນົດ​ທິດ​ໃຫຍ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແນ​ໃສ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜ່ານ​ນັ້ນ ສ້າງ​ກຳ​ລັງ​ຝັກ​ດັນ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ ກັບ​ສາມ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຢູ່ ໄທ, ສອງ​ປະ​ເທ​ດ​ບັນ​ລຸ​ໄດ້​ຂໍ​ໍ້​ຕົກ​ລົງ​ຮ່ວມ​ມືຫຼາຍ​ສະ​ບັບ, ໂດຍ​ສະ​ເພາະ ແມ່ນ​ແຜນ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ໄລ​ຍະ 2026 – 2031, ວາງ​ເປົ້າ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ບັນ​ລຸ 25 ຕື້ USD. ສິ່ງ​ດັ່ງ​ກ່າວ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ສອງ​ຝ່າຍ ພວມ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ, ເສີມ​ສ້າງ​ໃຫ້​ແກ່​ກັນ, ໃນ​ສະ​ພາບ​ການ​​ພູ​ມີ​ສາດ​ການ​ເມືອງ ແລະ ເສດ​ຖະ​ກິດ​ທົ່ວ​ໂລກ​ພວມ​ມີ​ການ​ຜັນ​ແປຫຼາຍ​ຢ່າງ.

ໃນ​ຂະ​ນະ​ນັ້ນ, ສານ​ຍູ້​ແຮງ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕ​ໍ່” (ການ​ຜະ​ລິດ - ພື້ນ​ຖານ​ໂຄງ​ລ່າງ - ການ​ຫັນ​ປ່ຽນ) ແນ​ໃສ່​ແກ້​ໄຂ​ບັນ​ດາ​ຂົ​ງ​ເຂດ​ການ​ຮ່ວມ​ມື​ທີ່​ຍັງ​ບໍ່​ທ​ັນ​ແໜ້ນ​ແຟ້ນນັ້ນ ແມ່ນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ແຮງ​ຈາກ​ວົງ​ການ​ນັກ​ຮຽນ​ຮູ້ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ທ່ານ ສຸ​ວັດ​ໄຊ ຊົງ​ວາ​ນິດ - ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ເນັ້ນ​ໜັກ​ວ່າ:

“ກຳ​ນົດ​ທິດ “ສາມ​ເຊື່ອມ​ຕໍ່” ໄດ້​ວາງ​ອອກ​ເສັ້ນ​ທາງ​ທີ່​ຈະ​ແຈ້ງ​ໃຫ້​ແກ່​ສອງ​ປະ​ເທດ, ນັບ​ແຕ່​ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ, ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ ຕະຫຼອດ​ຮອດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ກໍ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ. ຈຳ​ນວນການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ໃນ​ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ສອງ​ຝ່າຍ​ໃນ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ທີ່​ແທດ​ຈິງ. ການ​ນຳ​ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ໃນ​ທຸກ​ຂົງ​ເຂດ​ເລິກ​ເຊິ່ງ​ຂຶ້ນ​ຕື່​ມ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຢີ​ສູງ, ຫັນ​ເປັນ​ສີ​ຂຽວ, ພະ​ລັງ​ງານ​ທົດ​ແທນ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຄື​ດັ່ງຄຳ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໃນ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ (ເມື່ອ​ວັນ​ທີ 29 ພຶດ​ສະ​ພາ), ຖື​ວ່າ ສອງ​ຝ່າຍ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ໂອ​ກາດ​ທີ່​ໃຫຍ່ຫຼວງ ເພື່ອ​ເປ​ີດກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຕ້ອງ​ການ​ລະ​ດັບ​ຄວາມ​ຮູ້​ພູມ​ປັນ​ຍາດ ແລະ ເຕັກ​ໂນ​ໂລຢ​ີ​ສູງກວ່າ.

“ສິ່ງ​ທີ່​ພວກ​ເຮົາ​ມຸ່ງ​ໄປ​ເຖິງ ບໍ່​ພຽງ​ແຕ່​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ, ຫາກ​ຍັງ​ພ້ອມ​ກັນ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຢີ; ບໍ່​ພຽງ​ແຕ່​ແມ່ນ​ການ​ຮ່ວມ​ມື​ໃນ​ໄລ​ຍ​ະ​ສັ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ພ້ອມ​ກັນ​ສ້າງ​ສາ​ບັນ​ດາ​ຄຸນ​ຄ່າ​ໃໝ່​ທີ່​ມີ​ຄວາມ​ອ​າດ​ສາ​ມາດ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ພາກ​ພື້ນ ແລະ ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ​ອີກ​ດ້ວຍ. ສິ່ງ​ທີ່​ຕ້ອງ​ການ​ມຸ່ງ​ໄປ​ເຖິງ​ແມ່ນ​ສ້າງ​ຕັ້ງ​ເຂດ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ ຫວຽດ​ນາມ - ສິງ​ກະ​ໂປ ເທື່ອ​ລະ​ກ້າວ, ບ່ອນ​ທີ່​ພູມ​ປັນ​ຍາ, ຂໍ້​ມູນ​ຂ່າວ​ສານ, ເຕັກ​ໂນ​ໂລ​ຢີ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໄດ້​ເຊື່ອມ​ຕໍ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ ມີ​ຄຸນ​ຄ່າ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ”.

ການ​ຢ້ຽມ​ຢາມ ຟີ​ລິບ​ປິນ, ປະ​ທານ ອາ​ຊຽນ ປີ 2026 - ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ. ເຫດ​ການ​ນີ້ ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ຂອງ ຫວຽດ​ນາມ ກັບ​ຟີ​ລິບ​ປິນ​ ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ ພັດ​ທະ​ນາ​ຂຶ້ນ​ລະ​ດັບ​ສູງ​ໃໝ່, ມີ​ສະ​ຖຽນ​ລະ​ພາບ, ຍືນ​ຍົງ ແລະ ແທດ​ຈິງກວ່າ; ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ ແລະ ຮ່ວມ​ເດີນ​ທາງ​ຢ່າງ​ແທ້​ຈິງ​ຂອງ ຫວຽດ​ນາມ ກັບ​ບົດ​ບາດ​ປະ​ທານ ອາ​ຊຽນ ປີ 2026. ໝາກ​ຜົນ​ການ​ຢ້ຽມ​ຢາມ ໄດ້​ຊ່ວຍ​ກຳ​ນົດ​ສ້າງວິ​ໄສ​ທັດ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ ບໍ່​ພຽງ​ແຕ່​ໃນ​ໄລ​ຍະ​ສັ້ນ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຊຸມ​ປີ​ຂອງ​ທົດ​ສະ​ວັດ​ຕໍ່​ໄປ ຫຼື ໄກກວ່າ​ອີກ​ດ້ວຍ.

ຂີດ​ໝາ​ຍ​ທີ່​ພົ້ນ​ເດັ່ນ​ໃນ​ກອງ​ປະ​ຊຸມ Shangri-la

ຈຸດ​ເນັ້ນ​ໜັກ​ທີ່​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​ແມ່ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ບົດ​ກ່າວ​ປາ​ໄສໃນ​ກອງ​ປະ​ຊຸມ Shangri-la 2026 ຢູ່ ສິງ​ກະ​ໂປ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ, Richard Marles, ຕີ​ລາ​ຄາ​ວ່າ:

“ຂ້າ​ພະ​ເຈົ້າ ຊົມ​ເຊີຍ​ເປັນ​ພິ​ເສດ​ຕໍ່​ເນື້ອ​ໃນ​ບົດ​ກ່າວປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາຫຼັກ​ການ​ຕໍ່​ກັບ​ປະ​ເທດ​ຂອງ​ຕົນ, ແລະ ສິ່ງ​ນັ້ນ ເໝາະ​ສົມ​ກັບ​ວິ​ທີ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ບັນ​ດາຫຼັກ​ການ​ລວມ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ, ພວມ​ມີ​ການ​ຜູກ​ພັນ​ຍຸດ​ທະ​ສາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ລະ​ຫວ່າງ ອົ​ດ​ສະ​ຕາ​ລີ ແລະ ຫວຽດ​ນາມ. ຂ້າ​ພະ​ເຈົ້າ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ແລະ ທັງ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ - ຄູ່​ຮ່ວມ​ຕຳ​ແໜ່ງ ​ທີ່ ຂ້າ​ພະ​ເຈົ້າ ໄດ້​ມີ​ການ​ພົບ​ປະ ແລະ ເຮັດ​ວຽກ​ເປັນຫຼາຍ​ຄັ້ງ​ແລ້ວ. ຂ້າ​ພະ​ເຈົ້າ​ຄິດ​ວ​່າ ມີ​ອີກ​ຈຸດ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ເຖິງ ນັ້ນ​ແມ່ນ​ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ມະ​ນຸດ ໃນ​ແງ່​ມູມ​ຄວາມ​ໝັ້ນ​ຄົງ. ແລະ ສິ່ງ​ນັ້ນ​ແມ່ນ​ຖືກ​ຕ້ອງ​ທີ່​ສຸດ”.

ຈາກກອງ​ປະ​ຊຸມ Shangri-la 2026, ສານຂໍ້​ຄວາມ​ທີ່ ຫວຽດ​ນາມ ສົ່ງ​ໄປ ແມ່ນ​ສານ​ຂອງ​ການ​ສົນ​ທະ​ນາ, ຄວາມ​ຮັບ​ຜິດ​ຊ​ອບ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ສິ່ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ ດ້ວຍ​ເລື່ອງ​ກຳ​ນົດ​ແບບ​ວິ​ທີ​ສຳ​ຜັດ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ./.