ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ Manila, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ​ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 1 ມິ​ຖຸ​ນາ​ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຟີ​ລິບ​ປິນ Ferdinand Romualdez Marcos Jr. ແລະ ພັນ​ລະ​ຍາ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ . ທີ່​ການ​ເຈ​ລ​ະ​ຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ ຫວຽດ​ນາມ ຟີ​ລິບ​ປິນ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ, ເປີດ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ. ດ້ວຍ​ການ​ຍົກ​ລະ​ດັບ​ຂອບ​ເຂດ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ສານ​ສົມ​ທົບ​ສ້າງ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປັບ​ປຸງ​ພື້ນ​ຖານ​ຍຸດ​ທະ​ສາດ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມມື້, ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ບັນ​ດາ​ຊ່ອງ​ທາງ ແລະ ໃນ​ທຸກ​ຂັ້ນ, ທຸ​ກ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ…