ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ຢູ່​ນະ​ຄອນ ຫ໋າຍ​ຝ່ອງ, ທ່ານ​ນາ​ຍົກ​ລັດ​ຖ​ມົນ​ຕີ ເລ​ມິງ​ຮຶງ, ຫົວ​ໜ້າ​ຄະ​ນະ​ກວດ​ກາ, ຕິດ​ຕາມກວດກາ​ເລກ​ 4 ຂອງ​ກົມ​ການ​ເມືອງ, ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ໝາກ​ຜົນ​ຂອງ​ການກວດ​ກາ​ສຳ​ລັບ​ຄະ​ນະ​ປະ​ຈຳ​ຄະ​ນະ​​ຄະ​ນະ​ພັກນະ​ຄອນ ຫ໋າຍ​ຝ່ອງ.

ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ນະ​ຄອນ​ຫ໋າຍ​ຝ່ອງ​ຈັດ​​ການ​ສະ​ຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ອຳ​ນາດ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ, ເຮັດ​ແຈ້ງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ການ​ແບ່ງ​ຂັ້ນ, ແບ່ງ​ສິດ, ເນື້ອ​ໃນ​ໃດ​ຍັງ​ບໍ່​ເໝາະ​ສົມ​ເພື່ອ​ລາຍ​ການ​ຂັ້ນ​ສູນ​ກາງ​ເພື່ອ​ປັບ​ປຸງ​ໃຫ້​ທັນ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

ແນ່ນອນ​ວ່າ​ຫ໋າຍ​ຝ່ອງ​ຕ້ອງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ຄື​ຫ໋າຍ​ຝ່ອງ​ຕ້ອງ​ແມ່ນ​ບ່ອນ​ທົດ​ລອງ​ການ​ໝູນ​ໃຊ້, ຜັນ​ຂະ​ຫຍາຍ​​ການ​ໝູນ​ໃຊ້​ຢູ່​ຫ໋າຍ​ຝ່ອງບັນ​ດາ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່, ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ນະ​ວັດ​ຕະ​ກຳ​ເປັນ​ພື້ນ​ຖານ