ທ່ານນາງຮອງເລຂາທິການໃຫຍ່ ສປຊ Rosemary DiCarlo (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ ບັນດາມະຕິຂອງ ສະພາຄວາມໝັ້ນຄົງ ກ່ຽວກັບ YPS ຕ້ອງໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ທຸກຂັ້ນ. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ປະເທດຊາດຕ້ອງຮັບຜິດຊອບການຍົກອອກໂຄງການດຳເນີນງານ YPS ເຂົ້າກອບນະໂຍບາຍແຫ່ງຊາດ; ເພີ່ມຄວາມຮັບຮູ້ທາງສັງຄົມ, ເພີ່ມກາລະໂອກາດໃຫ້ແກ່ຊາວໜຸ່ມ ແລະ ຍົກເລີກບັນດາສິ່ງກີດຂວາງການເຂົ້າຮ່ວມຂອງຊາວໜຸ່ມ; ສ້າງກາລະໂອກາດຮ່ຳຮຽນ, ບຳລຸງກໍ່ສ້າງ, ວຽກເຮັດງານທຳ, ສາທາລະນະສຸກໃຫ້ແກຊາວໜຸ່ມ ແລະ ແກ້ໄຂບັນດາສາຍເຫດກົກເຄົ້າຂອງການປະທະກັນ. ໃນລະດັບສາກົນ, ທ່ານ ດັ້ງດິ່ງກຸ໊ຍ ສະໜັບສະໜູນໃຫ້ສືບນຳເອົາໂຄງການດຳເນີນງານ YPS ເຂົ້າໃນການເຄື່ອນໄຫວຂອງລະບົບ ສະຫະປະຊາຊາດ, ແຕ່ງຕັ້ງໜ່ວຍງານຮັບຜິດຊອບ YPS ຢູ່ບັນດາຄະນະຜູ້ຕາງໜ້າ, ສົມທົບຢ່າງແໜ້ນແຟ້ນລະຫວ່າງຄະນະຜູ້ຕາງໜ້າ ແລະ ປະເທດປະຈຳຖິ່ນໃນການສ້າງແຜນຍຸດທະສາດ YPS, ຍູ້ແຮງການແບ່ງປັນບົດຮຽນລະຫວ່າງບັນດາຄະນະຜູ້ຕາງໜ້າ.