ບົດ​​ຄຳ​ເຫັນ​ນຳ​ສະ​ເໜີ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່ກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23 ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ສິງ​ກະ​ໂປ ສືບ​ຕໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສື່ມວນ​ຊົນ ແລະ ວົງ​ການ​ນັກ​ສັງ​ເກດ​ການ​ສາ​ກົນ, ໃນ​ນັ້ນ ມີຫຼາຍ​ຄຳ​ເຫັນ​ຕີ​ລາ​ຄາ​ສູງ​ບັນ​ດາ​ສານ​ຂໍ້​ຄວາມ​ກ່ຽວ​ກັບ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ກໍ​ຄື​ເລື່ອງ​ບັນ​ດາ​ປະ​ເທດ​ຕ້ອງ​ສົນ​ທະ​ນາ ແລະ ຮ່ວມ​ມື​ກັນ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ພູ​ມີ​ສາດ​ການ​ເມືອງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ສື່ມວນ​ຊົນ ອິນ​ໂດ​ເນ​ເຊຍ ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ສານ​ຂໍ້​ຄວາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ເລື່ອງ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຊົມ​ເຊີ​ຍ​ການ​ມີ​ໜ້າ​ປ​ະ​ກົດ​ຕົວ​ຢ່າງ​ໂປ່ງ​ໃສ, ມີ​ຄວາມ​ຮັບ​ຜິດ​ຊອບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ປະ​ກອບ​ສ່ວນ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂ້ຳ​ງ​ເກດ​ວ່າ ບັນ​ດາ​ຄຳ​ເຫັນ​ດັ່ງ​ກ່າວ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ເລື່ອງ​ຍົກ​ສູງ​ລັດ​ທິຫຼາຍ​ຝ່າຍ, ບົດ​ບາດ​ຂອງ ອາ​ຊຽນ ກໍ​ຄື ຄວາມ​ສຳ​ຄັນ​ໃນ​ການ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.