ການສົ່ງອອກເພີ່ມຂຶ້ນສູງ, ຮັກສາຢ່າງຕໍ່ເນື່ອງນັບແຕ່ຕົ້ນປີ 2026 ມາຮອດປະຈຸບັນ, ໄດ້ນຳໝາກຜົນການສົ່ງອອກໃນ 8 ເດືອນຕົ້ນປີ 2026 ຂອງ ຫວຽດນາມ ບັນລຸ 374 ຕື້ USD, ເທົ່າກັບເກືອບ 80% ວົງເງິນສົ່ງອອກຂອງທັງປີ 2025. ໃນນັ້ນ, ມີໝວດສິນຄ້າໄດ້ລືນກາຍຕົວເລກ 100 ຕື້ USD.
ລະອຽດແມ່ນ, ຕາມຕົວເລກຈາກກົມແຜນການ, ການເງິນ ແລະ ຄຸ້ມຄອງວິສາຫະກິດ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ), ການສົ່ງອອກເພີມຂຶ້ນສູງ, ຮັກສາຢ່າງຕໍ່ເນື່ອງນັບແຕ່ຕົ້ນປີມາຮອດປະຈຸບັນ ແມ່ນມາຈາກອຸດສາຫະກຳປຸງແຕ່ງ, ຜະລິດ. ໝວດສິນຄ້ານີ້ບັນລຸວົງເງິນການຄ້າ 324,5 ຕື້ USD, ກວມເອົາ 86,8% ຍອດວົງເງິນສົ່ງອອກ - ນຳເຂົ້າ. ສິ່ງທີ່ໜ້າສົນໃຈ, ສະເພາະວົງເງິນສົ່ງອອກໝວດສິນຄ້າຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ບັນລຸປະມານ 100,5 ຕື້ USD. ໝວດສິນຄ້ານີ້ສືບຕໍ່ຢືນຢັນທີ່ຕັ້ງແມ່ນໜຶ່ງໃນບັນດາຜະລິດຕະພັນອຸດສາຫະກຳສົ່ງອອກຫຼັກ, ສົ່ງຜົນສະທ້ອນເຖິງດຸນການຄ້າ ແລະ ການເຕີບໂຕລວມຂອງຂະແໜງອຸດສາຫະກຳ ຫວຽດນາມ.
ສິ່ງທີ່ໜ້າສົນໃຈ, ການສົ່ງອອກໃນເດືອນ ມິຖຸນາ, ກໍລະກົດ ແລະ ສິງຫາ ສືບຕໍ່ສ້າງສະຖິຕິຢ່າງຕໍ່ເນື່ອງ, ໃນນັ້ນ, ເດືອນ ສິງຫາ ບັນລຸ 54,23 ຕື້ USD, ເຊິ່ງແມ່ນຕົວເລກສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.








