ວັນທີ 3 ກັນຍາ, ສະຫະປະຊາຊາດ ກ່າວເຕືອນ, ປະກົດການສະພາບອາກາດ El Nino ພວມຮ້າຍແຮງຂຶ້ນຢ່າງວ່ອງໄວ ຄາດວ່າຈະບັນລຸລະດັບຮ້າຍແຮງທີ່ສຸດໃນຊຸມເດືອນຈະມາເຖິງ - ຢູ່ລະດັບສູງສຸດໃນການຈັດປະເພດ 4 ຂັ້ນ ແລະ ບັນລຸລະດັບສູງສຸດໃນທ້າຍປີນີ້, ເຮັດໃຫ້ເພີ່ມຄວາມສ່ຽງເກີດອາກາດຮ້ອນເອົ້າ, ໄພແຫ້ງແລ້ງ, ຝົນຕົກໜັກ ແລະ ນ້ຳຖ້ວມຢູ່ຫຼາຍພາກພື້ນໃນທົ່ວໂລກ, ກັບບັນດາຜົນກະທົບທີ່ແກ່ຍາວໄປຮອດປີ 2027. ໃນການຄາດຄະເນຄັ້ງຫຼ້າສຸດ, ອົງການອຸຕຸນິຍົມໂລກ (WMO), ໃຫ້ຮູ້ວ່າ El Nino ໄດ້ກໍ່ຕົວຂຶ້ນຢ່າງຈະແຈ້ງ ແລະ ສືບຕໍ່ແຮງຂຶ້ນຍ້ອນອຸນຫະພູມຢູ່ມະຫາສະໝຸດເພີ່ມຂຶ້ນສູງແບບຜິດປົກກະຕິຢູ່ເຂດຮ້ອນມະຫາສະໝຸດ ປາຊີຟິກ. ໃນໄລຍະແຕ່ເດືອນ ກັນຍາ - ພະຈິກ 2026, WMO ຄາດວ່າ ອຸນຫະພູມຢູ່ເຂດດິນຕໍ່ແຜ່ນເກືອບທັງໝົດໃນທົ່ວໂລກ ຈະເພີ່ມຂຶ້ນສູງກວ່າປົກກະຕິ.




