ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ, ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ມຽນ​ມາ ແລະ ພັນ​ລະ​ຍາ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4 ກັນ​ຍາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ ທ່ານປະ​ທາ​ນາ​ທິ​ບໍ​ດີ ສ​າ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ມຽນ​ມາ ນັບ​ແຕ່​ເວ​ລາ ​ມຽນ​ມາ ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ແລະ ສ້າງຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່. ການ​ຢ້ຽມ​ຢາມແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ​ ຂຶ້ນ​ສູ​່​ລະ​ດັບ​ສູງ​ໃໝ່.

ຫວຽດ​ນາມ ແລະ ມຽນ​ມາ​ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1975. ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ແລກ​ປ່ຽນ​ຜ່ານ​ບັນ​ດາ​ຊ່ອງ​ທາງ​ພົບ​ປະ, ຮ່ວມ​ມື ແລະ ແລກ​ປ່ຽນ​ເສດ​ຖະ​ກິດ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ 590 ລ້ານ USD, 6 ເດືອນ​ຕົ້ນ​ປີ 2026 ບັນ​ລຸ 336 ລ້ານ USD, (ເພີ່ມ​ຂຶ້ນ 26% ເມື່​ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້). ໃນ​ສະ​ພາບ​ການ​ພົວ​ພັນ ຫວຽດ​ນາມ - ມຽນ​ມາ​ ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ໃໝ່, ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽ​ນ​ມາ ​ມາ​ຢ້ຽມ​ຢາມ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄູ່​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດ.