ບັ້ນ 500 ວັນ ແລະ ຄືນ: ຄຳສັ່ງຈາກຫົວໃຈຂອງວິວັດການເອີ້ນຊື່ບັນດາຜູ້ຄົນອະມະຕະ
24/07/2026 03:56
[VOVWORLD] - ກວ່າເຄິ່ງສະຕະວັດຜ່ານມາພາຍຫຼັງສົງຄາມ, ປະເທດຊາດຍາດໄດ້ສັນຕິພາບ, ແຕ່ຝັງເລິກໃນພື້ນດິນຂອງປະເທດຊາດ ແລະ ບັນດາສະໜາມຮົບເກົ່າ, ຍັງມີບັນດາຜູ້ເປັນລູກດີເດັ່ນຍັງບໍ່ທັນໄດ້ກັບເມືອບ້ານເກີດເມືອງນອນ.
ຕອນເຊົ້າວັນທີ 2 ເມສາ, ຢູ່ເຂດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດກຳແພງເມືອງເກົ່າ ກວາງຈິ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຈັດຕັ້ງພິທີປຸກລະດົມ “ບັ້ນ 500 ວັນ ແລະ ຄືນ ຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ” ຂຶ້ນຢ່າງສົມກຽດ.
ບັນດາແຜ່ນສິລາຂຸມຝັງສົບໄດ້ສັບຊ້ອນອັນປານີດແມ່ນສິ່ງພິສູດໃຫ້ເຫັນການເສຍສະຫຼະຊີວິດອັນຍິ່ງໃຫຍ່ຂອງຄົນລຸ້ນກ່ອນໆເພື່ອສັນຕິພາບໃນມື້ນີ້.
ໃນຈົດໝາຍເນື່ອງໃນໂອກາດລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ບັ້ນ 500 ວັນແລະ ຄືນໄດ້ຮັບການຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນຄຳສັ່ງຈາກຫົວໃຈ, ແມ່ນການສືບທອດສິນທຳ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ຕອບບຸນແທນຄຸນ ຂອງຊາດ.
(ພາບ: nhandan.vn)
ດ້ວຍຈິດໃຈຂອງຊາດນັ້ນບັນດາກົມກອງໄດ້ດຳເນີນການສຳຫຼວດສະຖານທີ່ຕົວຈິງຢູ່ບັນດາເຂດສະໜາມຮົບເກົ່າທີ່ດຸເດືອດພາຍຫຼັງຫຼາຍທົດສະຫວັດ.
ເຖິງວ່າພູມສັນຖານທຸລະກັນດານ, ດິນຟ້າອາກາດປັ່ນປ່ວນຮ້າຍແຮງ, ແຕ່ວິວັດການຄົ້ນຫາຍັງໄດ້ດຳເນີນດ້ວຍອົດທົນ, ພະຍາຍາມຢ່າງຕໍ່ເນື່ອງຍາວນານຂອງນັກຮົບໃນປັດຈຸບັນ.
ແຕ່ລະວັດຖຸພັນທີ່ໄດ້ຄົ້ນພົບຢູ່ບັນດາສະຖານທີ່ ລ້ວນແຕ່ໄດ້ຮັບຮູ້, ເກັບຮັກສາຢ່າງລະມັດລະວັງ, ປະກອບສ່ວນບັນດາຂໍ້ມູນອັນລ້ຳຄ່າເພື່ອຮັບໃຊ້ການຢັ້ງຢືນຂໍ້ມູນກ່ຽວກັບນັກຮົບຕື່ມອີກ.
ອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຮັບການຄຸມທຸງຊາດ
ສິ່ງທີ່ເປັນໜ້າສົນໃຈ, ໃນຕົ້ນເດືອນກໍລະກົດທີ່ຜ່ານມາ, ຢູ່ສວນສາທາລະນະ ເລທິຣຽງ ຄະນະຊີ້ນຳ 515 ແຫ່ງຊາດ, ຄະນະຊີ້ນຳ 515 ທະຫານເຂດ 7 ແລະ ຄະນະຊີ້ນຳ 515 ນະຄອນໂຮ່ຈີມິນ ໄດ້ຈັດພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ ປີ 1968.
ໄລ່ຮອດກາງເດືອນກໍລະກົດ, ຢູ່ສວນສາທາລະນະ ເລທິຣຽງ, ມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ອັດຖິລວມໝູ່ ໄດ້ທ້ອນໂຮມ ແລະ ເອົາຂຶ້ນຈາກພື້ນດິນທີ່ໜາວເຢັນດ້ວຍຄວາມເຄົາລົບ.
ຢູ່ທົ່ວຜືນປ່າ, ເປີ້ນພູ, ສະໜາມຮົບເກົ່າທັງຢູ່ພາຍໃນປະເທດ ແລະ ປະເທດລາວ, ກຳປູເຈຍ, “ບັ້ນ 500 ວັນ ແລະ ຄືນ ຍູ້ແຮງການປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ” ພວມສືບຕໍ່ສູ້ຊົນຢ່າງຕໍ່ເນື່ອງເພື່ອພາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດກັບເມືອປະເທດ, ກັບເມືອຫາຄອບຄົວ ພ້ອມກັບຊື່ແລະ ນາມສະກຸນຂອງຕົນ.
ກວ່າ 82 ວັນ ແລະ ຄືນຢູ່ເຂດພູຜາປ່າໄມ້, ນັກຮົບ, ພະນັກງານຂອງໜ່ວຍ K72 42 ຄົນໄດ້ສຳຫຼວດ, ຄົ້ນຫາໃນເນື້ອທີ່ 300.000 ແມັດ ຄົ້ນພົບ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ນອນລົງດິນແດນ ກຳປູເຈຍ 62 ອັດຖິ.
ບັນດາພະນັກງານວິຊາການໄດ້ປະຕິບັດວຽກງານ ເກັບເອົາຕົວຢ່າງອັດຖິເພື່ອຮັບໃຊ້ການກວດ ADN ເພື່ອຢັ້ງຢືນຊື່ໃຫ້ແກ່ຜູ້ເສຍສະຫຼະຊີວິດເພື່ອຊາດ.
ວຽກງານເກັບຕົວຢ່າງທາງຊີວະສາດຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຜັນຂະຫຍາຍຢ່າງຄົບຊຸດ, ປະກອບສ່ວນສ້າງຖານຂໍ້ມູນ ADN ຂອງປະເທດຊາດໃຫ້ສົມບູນ.
ຫວ່າງແລ້ວນີ້, ໃນເວີຊັ່ນຫຼ້າສຸດຂອງ ແອັບ VNeID, ກະຊວງຕຳຫຼວດ ຫວຽດນາມ ກໍ່ໄດ້ລວບລວມຫຼາຍຄຸນນະສົມບັດການໃຊ້ງານ ແລະ ການບໍລິການຕື່ມອີກ. (ພາບ: : C06)
ຂຸມສົມບັດແຕ່ລະຂຸມໄດ້ຢັ້ງຢືນຊື່ ແລະ ນາມສະກຸນ ບໍ່ພຽງແຕ່ແມ່ນການປະຕິບັດສຳເລັດເອກະສານທາງປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນຄອບຄົວໜຶ່ງທີ່ໄດ້ອັດລົງວິວັດການຊອກຫາທີ່ແກ່ຍາວຜ່ານຫຼາຍລຸ້ນຄົນລົງ.
ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງ, “ບັ້ນ 500 ວັນ ແລະ ຄືນ” ຍັງມີຄວາມໝາຍມະນຸດສະທຳ, ເລິກເຊິ່ງ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພັກ, ລັດ ແລະ ທົ່ວສັງຄົມໃນວຽກສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ.
Tag: