ນັກສິລະປິນ, ນັກປະພັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ລະດົມກຳລັງໃຈຕ້ານໂລກລະບາດໂຄວິດ-19
28/08/2021 09:00
(VOVWORLD) -ນັກສິລະປິນແມ່ນ “ນັກຮົບ” ໃນແນວຮົບວັດທະນະທຳແນວຄິດ, ເຖິງວ່າຈະເປັນສິລະປະປະເພດໃດ ກໍ່ຕາມ, ເມື່ອຜ່ານມູມມອງຂອງເຂົາເຈົ້າແລ້ວ ຊີວິດຍັງດີງາມຢູ່ ແລະ ມີມະນຸດາທຳທີ່ສຸດ.

ໄປພ້ອມກັບການຮ່ວມແຮງຮ່ວມໃຈປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຂອງປະຊາຊົນທົ່ວປະເທດ, ວົງການນັກສິລະປິນ, ນັກປະພັນນະຄອນເກິ່ນເທີ ດ້ວຍຄວາມຮັກ ທີ່ມີຕໍ່ສິລະປະ ແລະ ຄວາມຄາດຫວັງຢາກອຸທິດສ່ວນຂອງຕົນ ໄດ້ປະດິດແຕ່ງຫຼາຍຜົນງານກ່ຽວກັບຫົວຂໍ້ ໂຄວິດ-19. ບັນດາບົດລຳພື້ນເມືອງ, ພາບແຕ້ມ, ບົດກະວີ… ໄດ້ເປັນການຕໍ່ກຳລັງແຮງໃຫ້ແກ່ກຳລັງແນວໜ້າປະຕິບັດສຳເລັດໜ້າທີ່, ລະດົມກຳລັງໃຈ, ຮ່ວມເດີນທາງພ້ອມກັບປະຊາຊົນໃນຊຸມມື້ປ້ອງກັນ ຕ້ານໂລກລະບາດ. ນັບແຕ່ເວລາ ໂຄວິດ-19 ແຜ່ລະບາດ ແລະ ມີການຜັນແປຢ່າງສັບສົນຢູ່ຫວຽດນາມ ມາຮອດປະຈຸບັນ, ວົງການນັກສິລະປິນ-ນັກປະພັນໃນທົ່ວປະເທດເວົ້າລວມ, ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າສະເພາະ, ບໍ່ໄດ້ມີໂອກາດລົງໄປຕົວຈິງຢູ່ພາຍໃນ ແລະ ນອກທ້ອງຖິ່ນເພື່ອສ້າງແຫຼ່ງບັນດານໃຈໃນການປະດິດແຕ່ງຄືແຕ່ກ່ອນຫຼາຍອີກແລ້ວ. ແຕ່ກໍ່ບໍ່ແມ່ນຍ້ອນເຫດຜົນນັ້ນ ທີ່ເຮັດໃຫ້ກຳລັງການປະດິດແຕ່ງຂອງນັກປະພັນນັກສິລະປິນຖືກຈຳກັດ. ໂລກລະບາດໂຄວິດ-19 ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໄດ້ກາຍເປັນຫົວຂໍ້ປະດິດແຕ່ງຢ່າງລຸລ່ວງຂອງຜູ້ເຮັດວຽກງານສິລະປະໃນຕະຫຼອດເວລາກວ່າ 1 ປີຜ່ານມາ.
TAG
VOV/VOVworld/ບົດເພງ/ນ້ຳໃຈ/ຫ້ອງແຕ້ມ/ຫົວໃຈ
Related
More








