ປະສິດທິຜົນຂອງຮູບແບບລ້ຽງກຸ້ງກ້າມ
27/06/2021 09:00
(VOVWORLD) - ຮູບແບບລ້ຽງກຸ້ງກ້າມໃນບໍລິເວນຕາແສງແທັ້ງໝີ, ເມືອງວີງແທັງ, ນະຄອນເກິ່ນເທີໄດ້ຊ່ວຍປະຊາຊົນຫຼາຍຄົນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ນີ້ໄດ້ຮັບຖືວ່າແມ່ນຮູບແບບພັດທະນາເສດຖະກິດຄອບຄົວຊາວກະສິກອນນຳມາເຊິ່ງມູນຄ່າສູງ, ມີລາຍຮັບສູງກວ່າແຕ່ 3 – 4 ເທົ່າເມື່ອທຽບໃສ່ກັບການປູກເຂົ້າໃນເມື່ອກ່ອນ.

ລາຍຮັບຈາການລ້ຽງກຸ້ງກ້າມແຕ່ 70 - 100 ລ້ານດົ່ງ/ເຮັກຕາ/ປີ ຮູບແບບລ້ຽງກຸ້ງກ້າມ ໂດຍຂະແໜງກະສິກຳ ນະຄອນເກິ່ນເທີ ຜັນຂະຫຍາຍໃນບໍລິເວນຕາແສງແທງ້ໝີ, ເມືອງ ວິງແທັງ ແຕ່ປີ 2016 ມາຮອດປັດຈຸບັນ ດ້ວຍເນື້ອທີ່ກວ້າງກ່ວາ 20 ເຮັກຕາ. ການລ້ຽງກຸ້ງກ້າມ ໄດ້ຮັບຖືວ່າມີສະມັດຕະພາບສູງກ່ວາຫຼາຍ ເມື່ອທຽບໃສ່ກັບການລ້ຽງກຸ້ງທຳມະດາ. ນອກຈາກການນຳໃຊ້ຫົວອາຫານກຸ້ງແລ້ວ ຜູ້ລ້ຽງກຸ້ງອາດຈະນຳໃຊ້ເຂົ້າສານໝາກພ້າວແຫ້ງເປັນອາຫານໃຫ້ກຸ້ງ ເພື່ອຫຼຸດຜ່ອນຄ່າຫົວອາຫານໃນການລ້ຽງກຸ້ງ. ຍິ່ງໄປກ່ວານັ້ນ, ກຸງກ້າມ ສາມາດປັບຕົວໃຫ້ແທດເໝາະກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຊຶມເຂົ້າ ຢູ່ເທດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ດ້ວຍເນື້ອທີ່ລ້ຽງກຸ້ງກ້າມກ່ວາ 1 ເຮັກຕາທີ່ໃກ້ຈະຮອດລະດູການສົ່ງອອກ, ລຸງ ຫງວຽນເລຈຸງ, ຢູ່ ຕະແສງແທັງໝີ ໄດ້ແບ່ງປັນວ່າ ນັບແຕ່ເວລາປ່ຽນມາເປັນຮູບແບບລ້ຽງກຸ້ງກ້າມນີ້, ລາຍຮັບສະເລ່ຍຕໍ່ປີຂອງຄອບຄົວລຸງ ບັນລຸໄດ້ກ່ວາ 100 ລ້ານດົ່ງ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບການປູກເຂົ້າ. ນັບແຕ່ເມື່ອຂະແໜງອຸດສາຫະກຳ ນະຄອນເກິ່ນເທີ ໄດ້ຈັດການຝຶກອົບຮົມ, ຖ່າຍທອດເຕັກນິກລຸ້ຽງກຸ້ງກ້າມແຕ່ປີ 2016, ມາຮອດປັດຈຸບັນ, ເສດຖະກິດຄອບຄົວ ລຸງ ເລວັນຟຽມ ຢູ່ຕາແສງ ແທັງໝີ ກໍ່ມີຄວາມເປັນປົກກະຕິ. ແຕ່ລະປີ, ຄອບຄົວລຸງ ສ້າງລາຍຮັບມາໄດ້ ປະມານ 200 ລ້ານດົ່ງ, ພາຍຫຼັງຫັກຄ່າໃຊ້ຈ່າຍຕ່າງໆໃນການລ້ຽງ ກໍ່ມີກຳໄລແຕ່ 70 – 100 ລ້ານດົ່ງ/ປີ. ລຸງ ເລວັນຟຽມ ແບ່ງປັນວ່າ: ການ ລ້ຽງ ກຸ້ງຜູ້ ຂອງ ຂ້າ ພະ ເຈົ້າໃນປັດ ຈຸ ບັນ ກໍ່ບັນ ລຸ ໄດ້ ປ ະ ສິດ ທິ ຜົນ , ໄລ ຍະ ທີ່ ຜ່ານ ມາ , ຂ້າ ພະ ເຈົ້າ ປູກ ເຂົ້າ ແຕ່ ລາ ຄາ ບໍ່ ເປັນ ປົກ ກະ ຕິ , ປັດ ຈຸ ບັນ ລ້ຽງ ກຸ້ງ ລາ ຄາ ກໍ່ ດີ ຂຶ້ ນ , ແຕ່ ປີນີ້ ລາ ຄາ ຂອງ ກຸ້ງ ບໍ່ ໄດ້ ດີ ປານ ໃດ . ດັ່ ງ ນັ້ນ , ພໍ່ ແມ່ ປະ ຊາ ຊົນ ມີ ຄວາມ ຕ້ອງ ການ ວ່າ ລັດ ຈະ ລົງ ທຶນ ແນວ ໃດ ເພື່ອ ໃຫ້ ກຸ້ງມີ ລາ ຄາ ທີ່ ສູງ ກ່ ວາ ເພື່ອ ຊ່ວຍ ເຫຼືອ ພໍ່ ແມ່ ປະ ຊາ ຊົນ . ປັດຈຸບັນ ຕະແສງແທັງໝີ ສ່ວນຫຼາຍປູກເຂົ້າ, ລ້ຽງປາຈາ, ສ່ວນເນື້ອທີ່ລ້ຽງກຸ້ງປະມານເກືອບ 21 ເຮັກຕາ. ໃນໄລຍະຈະມາເຖິງ, ຕະແສງແທັງໝີ ຈະເປີດກ້ວາງເນື້ອທີ່ລ້ຽງກຸ້ງກ້າມສົມທົບກັບການປູກເຂົ້າ. ການລ້ຽງກຸ້ງກ້າມ ສະຫຼັບກັບການປູກເຂົ້າໃນນາ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດເທົ່ານັ້ນ ຫາກຍັງເຮັດໃຫ້ປ່ຽນແປງຄວາມຊີນເຄີຍໃນການຜະລິດແບບດັ້ງເດີມ, ຜະລິດອອກຜະລິດຕະພັນປອດສານພິດ. ພ້ອງທັງ, ການປູກລ້ຽງສະຫຼັບກັນນັ້ນ ກໍຍັງສ້າງຄວາມກົມກຽວກັນໃນສະພາບແວດລ້ອມແຫ່ງການເຕີບໂຕລະຫວ່າງ ກຸ້ງ ແລະ ຕົ້ນເຂົ້າ, ຫຼຸດຜ່ອນພະຍາດ, ສວຍໃຊ້ເນື້ອທີ່, ນຳໃຊ້ອາຫານທີ່ຍັງເຫຼືອ ເພີ່ມເຕີມ ເຊິ່ງກັນແລະກັນ. ໄປຄຽງຄູ່ກັນນັ້ນ, ຕາແສງຍັງເຊື່ອມຕໍ່ກັບບັນດາວິສາຫະກິດເພື່ອຊອກຫາສົ້ນອອກຢ່າງມີສະຖຽນລະພາບໃຫ້ແກ່ກຸ້ງ. ທ່ານ ຫງວຽນກ໊ວກຮຸຍ, ພະນັກງານສົ່ງເສີມກະສິກຳຕາແສງແທັງໝີ ໃຫ້ຮູ້ວ່າ: ຜົນ ກຳ ໄ ລ ປະ ມານ 70 – 100 ລ້ານດົ່ງ / ເຮັກ ຕາ / ປີ , ກຳ ໄລ ຈາກ ເຂົ້າ ກໍ່ ໄດ້ ຕື່ມ ອີກ 18 – 22 ລ້ານ ດົ່ງ . ຍອດ ກຳ ໄລ ປີ ໜຶ່ງ , ໃນ ເນື້ອ ທີ່ 1 ເຮັກ ຕາ ຂອງ ການ ລ້ຽງ ກຸ້ງ ແລະ ປູກ ເຂົ້າ ບັນ ລຸ ໄດ້ ປະ ມານ 130 ລ້ານ ດົ່ງ , 140 ລ້ານ ດົ່ງ . ຂະແໜງກະສິກຳ ນະຄອນເກິ່ນເທີ ຈະຖືຮູບແບບການລ້ຽງກຸ້ງກ້າມຢູ່ ຕາແສງແທັງໝີ ເປັນຮູບແບບທີ່ຈະໄດ້ຮັບການທະວີຄູນໃນວົງກ້ວາງໃຫ້ແກ່ບັນດາເມືອງຕ່າງໆ. ໃນນັ້ນ, ທາງທ້ອງຖິ່ນຈະເອົາໃຈໃສ່ເຖິງການຈັດສັນ ເຂດລ້ຽງກຸ້ງ, ຮາກຖານຜະລິດກຸ້ງພັນທີ່ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ມາຍນາມ, ຮອງຫົວໜ້າສູນການບໍລິການກະສິກຳ ນະຄອນເກິ່ນເທີ ໃຫ້ຮູ້ວ່າ: ມາ ຮອດປັດຈຸບັນ, ອາດເຫັນໄດ້ວ່າ ການລ້ຽງກຸ້ງນຳມາເຊິ່ງປະສິດທິຜົນສູງກ່ວາເມື່ອທຽບໃສ່ກັບການປູກເຂົ້າ. ຕາມແຜນນະໂຍບາຍຂອງຂະແໜງກະສິກຳ, ພວກຂ້າພະເຈົ້າໄດ້ເລີ່ມຫັນໄປຍັງການລ້ຽງສິນໃນນ້ຳ, ປູກຕົ້ນໄມ້ກິນໝາກ ຫຼັງຈາກນັ້ນຈິ່ງຮອດການປູກເຂົ້າ. ພວກຂ້າພະເຈົ້າຍັງຮັກສາຮູບແບບນີ້ຢູ່ ຕະແສງແທັງໝີ , ເມືອງ ວິງແທັງ ແລ້ວຈະຄ່ອຍໆທະວີຄູນຮູບແບບນີ້ຢູ່ເມືອງເກີດໍ ແລະ ເມືອງ ທົດໜົດ. ໃນໄລຍະເບື້ອງຕົ້ນ, ຮູບແບບລ້ຽງກຸ້ມກ້າມ ຢູ່ຕາແສງ ແທັງໝີ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ ແລະ ຜົນກຳໄລສູງໃຫ້ແກ່ປະຊາຊົນ. ຮູບແບບການ Start up ລ້ຽງກຸ້ງກ້າມ ໄດ້ສ້າງການຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ປະຊາຊົນ, ຊ່ວຍໃຫ້ຂະແໜງກະສິກຳ ແຂວງ ເກິ່ນເທີ ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
TAG
VOV/VOVworld/ການລ້ຽງກຸ້ງກ້າມ
Related








