ຍັງເຫຼືອບໍ່ທໍໃດມື້, ນັກຮຽນໃນທົ່ວປະເທດຈະກ້າວເຂົ້າສູ່ສົກຮຽນໃໝ່ 2026 – 2027. ຢູ່ບັນດາບ້ານເຂດພູສູງ, ເຂດຊາຍແດນ, ສົກຮຽນໃໝ່ຂອງພວກນ້ອງນັກຮຽນຈະເລີ່ມຕົ້ນຢູ່ບັນດາໂຮງຮຽນໄດ້ກໍ່ສ້າງໃໝ່, ໃຫຍ່ໂຕສວຍງາມກວ່າ.
ເປີດສະຖານທີ່ສຶກສາໃໝ່ຢູ່ເຂດພູສູງ, ເຂດຊາຍແດນ
ໃນຊຸມປີຜ່ານມາ, ບັນດານະໂນບາຍສຶກສາສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດພູສູງໄດ້ເປີດກວ້າງເທື່ອລະກ້າວ, ຈາກການໜູນຊ່ວຍນັກຮຽນ ຕະຫຼອດຮອດການລົງທຶນກໍ່ສ້າງວັດຖຸອຸປະກອນ ແລະ ພັດທະນາລະບົບໂຮງຮຽນກິນນອນ, ເຄິ່ງກິນນອນຊົນເຜົ່າ. ຢູ່ບັນດາຕາແສງເຂດຊາຍແດນ, ແຜນນະໂຍບາຍກໍ່ສ້າງໂຮງຮຽນກິນນອນຄົບວົງຈອນ ໄດ້ເພີ່ມແຫຼ່ງກຳລັງສຳຄັນໃຫ້ແກ່ການສຶກສາ, ມຸ່ງໄປເຖິງການສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ເປັນປົກກະຕິ ແລະ ເໝາະສົມກກວ່າດ້ວຍລັກສະນະພິເສດຂອງແຕ່ລະທ້ອງຖິ່ນ. ດ້ວຍເດັກນ້ອຍເຂດຊາຍແດນ, ໂຮງຮຽນໄດ້ຮັບການລົງທຶນກໍ່ສ້າງຢ່າງຄົບຊຸດ ອາດສາມາດສ້າງຄວາມສາມາດບົ່ມຊ້ອນເພື່ອໃຫ້ພວກນ້ອງໆຮ່ຳຮຽນ, ຝືກຝົນຫຼໍ່ໍໍຫຼອມ. ສິ່ງສຳຄັນທີ່ສຸດແມ່ນບັນດາແຫຼ່ງກຳລັງນັ້ນສຸດທ້າຍ ໄດ້ຫັນປ່ຽນກາຍເປັນເງື່ອນໄຂຮ່ຳຮຽນລະອຽດໃຫ້ແກ່ນັກຮຽນ.
ໂຮງຮຽນຂອງນ້ອງນັ່ງຄົນລະໂຕະ, ຍັງມີໂທລະພາບອີກ. ຫ້ອງນອນຂອງນ້ອງມີໂຕ້ຕັ່ງຮັບໃຊ້ການຮຽນ, ມີຕູ້ສະເພາະສ່ວນຕົວ.
ເງື່ອນໄຂຮ່ຳຮຽນໄດ້ຮັບການປັບປຸງແມ່ນພື້ນຖານທີ່ດີເພື່ອໃຫ້ພວກນ້ອງໆມີການຄັດເລືອກຕື່ມໃນວິວັດການຮ່ຳຮຽນ ແລະ ກ້າວໄປເຖິງອະນາຄົດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍຮ່ວາຍເຊີນ, ກຳມະການຮັບຜິດຊອບກຳມາທິການວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ ຖືວ່າ:
ການກໍ່ສ້າງບັນດາໂຮງຮຽນມັດຖະຍົມຄົບວົງຈອນຢູ່ເຂດຊາຍແດນແມ່ນນະໂຍບາຍວັດທະນະທຳມະນຸດດີທີ່ສຸດ. ສຳລັບເດັກນ້ອຍເຂດພູສູງ, ໄລຍະຫ່າງດ້ານພູມີສາດ, ການເດີນທາງທີ່ຫຍຸ້ງຍາກ, ເງື່ອນໄຂເສດຖະກິດຄອບຄົວ ແລະ ຂາດບັນດາຮາກຖານການສຶກສາຍັງແມ່ນບັນດາຮົ້ວກີດຂ້ວາງໃນຕົວຈິງຕໍ່ສິດໄດ້ໄປຮຽນ. ໂຮງຮຽນທີ່ດີພໍສົມຄວນ, ໃກ້ຊິດ ແລະ ມີເງື່ອນໄຂຮ່ຳຮຽນ, ການດຳລົງຊີວິດທີ່ປອດໄພຈະຊ່ວຍນ້ອງໆ ໄດ້ເຂົ້າເຖິງການສຶກສາຢ່າງມີຄວາມສະເໝີພາບກວ່າ, ພ້ອມທັງສ້າງສະພາບແວດລ້ອມເພື່ອໃຫ້ພວກນ້ອງພັດທະນາຢ່າງຮອບດ້ານກ່ຽວກັບພູມປັນຍາ, ທັກສະ ແລະ ບຸກຄະລິກກະພາບ.
ການລົງທຶນໃຫ້ແກ່ການສຶກສາ, ສ້າງພື້ນຖານພັດທະນາເຂດຊາຍແດນ
ດ້ວຍແຜນນະໂຍບາຍກໍ່ສ້າງໂຮງຮຽນກິນນອນຄອບວົງຈອນຢູ່ເຂດຊາຍແດນ, ການສຶກສາໄດ້ວາງອອກໃນວິໄສທັດໄລຍະຍາວກວ່າ: ຍົກສູງຄຸນນະພາບແຫຼ່ງບຸກຄະລາກອນ, ສ້າງພື້ນຖານພັດທະນາເສດຖະກິດສັງຄົມ ແລະ ປັບປຸງຊີວິດການເປັນຢູ່ ຢູ່ບັນດາທ້ອງຖິ່ນສຳຄັນພິເສດ.
ກົມການເມືອງໄດ້ເຫັນດີເປັນເອກະພາບລົງທຶນກໍ່ສ້າງໂຮງຮຽນຢູ່ຕາແສງຊາຍແດນ 248 ແຫ່ງ, ໃນສະເພາະໜ້າແມ່ນຜັນຂະຫຍາຍ 100 ໂຮງຮຽນ, ຫຼັງຈາກນັ້ນ ສືບຕໍ່ປະຕິບັດໃນວົງກວ້າງ. ແຜນນະໂຍບາຍນີ້ບໍ່ພຽງແຕ່ມຸ່ງໄປເຖິງການແກ້ໄຂຄວາມຕ້ອງການໃນສະເພາະໜ້າກ່ຽວກັບພື້ນຖານວັດຖຸເທົ່ານັ້ນຫາກຍັງສ້າງລະບົບໂຮງຮຽນເໝາະສົມກກວ່າດ້ວຍເງື່ອນໄຂຂອງບັນດາຕາແສງເຂດຊາຍແດນ. ຢູ່ພິທີເປີດນຳໃຊ້ໂຮງຮຽນກິນນອນຊົນເຜົ່າຂັ້ນປະຖົມແລະ ມັດຖະຍົມຕຕອນຕົ້ນຊີປາຟິ່ນ, ແຂວງດຽນບຽນ, ເມື່ອເດືອນມັງກອນ 2026, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
ສຳລັບບັນດາທ້ອງຖິ່ນເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ການສຶກສາບໍ່ພຽງແຕ່ແມ່ນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເທົ່ານັ້ນ ຫາກຍັງແມ່ນວິທີການພື້ນຖານ, ຍາວນານ ເພື່ອຮັກສາອະທິປະໄຕແຫງຊາດຈາກກົກເຄົ້າ - ນັ້ນແມ່ນມະນຸດ, ແມ່ນກຸ່ມຊຸມຊົນຕິດພັນກັບທີ່ດິນ, ໝູ່ບ້ານ, ເຂດຊາຍແດນ, ຫຼັກໝາຍຊາຍແດນ. ແຜນນະໂຍບາຍການລົງທຶນກໍ່ສ້າງລະບົບໂຮງຮຽນກິນນອນຊົນເຜົ່າຢູ່ບັນດາຕາແສງເຂດຊາຍແດນແມ່ນນະໂຍບາຍຊີ້ຂາດທີ່ຖືກຕ້ອງ, ມີຄວາມໝາຍການເມືອງ ສັງຄົມວັດທະນະທຳມະນຸດ.
ພ້ອມກັບການລົງທຶນດ້ານພື້ນຖານວັດຖຸ, ການຮັບປະກັນໃຫ້ແກ່ຖັນແຖວຄູສອນ, ຄຸນນະພາບການສິດສອນ ແລະ ສະພາບແວດລ້ອມແຫ່ງການດຳລົງຊີວິດໃຫ້ແກ່ນັກຮຽນທີ່ມີຄວາມໝາຍຕັດສິນຕໍ່ປະສິດທິຜົນຍາວນານຂອງນະໂຍບາຍ. ນີ້ກໍ່ແມ່ນການປະສານສົມທົບເພື່ອໃຫ້ບັນດາໂຮງຮຽນໃໝ່ສາມາດເສີມຂະຫຍາຍຄຸນຄ່າໃນການດຳລົງຊີວິດເຂດຊາຍແດນຢ່າງແທ້ຈິງ. ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍຮວ່າງເຊີນຖືວ່າ:
ຜົນກະທົບຈາກບັນດາໂຮງຮຽນນີ້, ຕາມຂ້າພະເຈົ້າແລ້ວ ລື່ນກາຍຂອບຂະໜາດການສຶກສາ. ສຳລັບເດັກນ້ອຍ, ນັ້ນແມ່ນໂອກາດປ່ຽນແປງອະນາຄົດດ້ວຍພູມປັນຍາ, ເປີດກວ້າງຄວາມສາມາດໃນການເລືອກອາຊີບ ແລະ ກ້າວອອກສູ່ໂລກທີ່ກວ້າງໃຫຍ່ຢ່າງໝັ້ນໃຈແຕ່ຍັງມີຄວາມເຄົາລົບນັບຖືຕໍ່ສີສັນຂອງບ້ານເກີດເມືອງນອນຕົນ. ສຳລັບແຕ່ລະຄອບຄົວ, ເມືອລູກຫຼາຍໄດ້ຮ່ຳຮຽນໃນສະພາບແວດລ້ອມທີ່ດີ, ຄວາມປອດໄພ, ພໍ່ແມ່ຈະມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີກຳລັງໜູນເພື່ອຮັກສາຊີວິດເປັນປົກກະຕິ, ພັດທະນາການຫາເງິນລ້ຽງຊີບ. ສຳລັບປະຊາຄົມ, ໂຮງຮຽນອາດສາມາດກາຍເປັນສູນວັດທະນະທຳ, ພູມປັນຍາ ແລະ ເຊື່ອມຕໍ່ສັງຄົມ, ປະກອບສ່ວນຍົກສູງພູມປັນຍາ, ການເບິງແຍງດູແລສຸຂະພາບ, ການຮັກສາສຽງເວົ້າ, ຮີດຄອງປະເພນີ ແລະ ບັນດາຄູນຄ່າວັດທະນະທຳອັນດີງາມຂອງພໍ່ແມ່ປະຊາຊົນ.
ການເບິ່ງແຍງດູແລການສຶກສາຢູ່ເຂດພູສູງ, ເຂດຊາຍແດນແມ່ນການສະແດງໃຫ້ເຫັນຢ່າງລະອຽດໃນການຮັບປະກັນສິດໄດ້ໄປຮຽນຂອງເດັກນ້ອຍ, ຫຼຸດໄລຍະຫ່າງກ່ຽວກັບເງື່ອນໄຂການສຶກສາລະຫວ່າງບັນດາເຂດພາກ ແລະ ສ້າງແຫຼ່ງກຳລັງຍາວນານໃຫ້ແກ່ແຕ່ລະທ້ອງຖິ່ນ. ຈາກແຜນນະໂຍບາຍຂອງພັກ, ການລົງທຶນຂອງລັດ ຕະຫຼອດຮອດບັນດາໂຮງຮຽນປະກົດຕົວໃນຊີວິດ, ເປົ້າໝາຍສຸດທ້າຍຍັງແມ່ນຄຸນນະພາບການສຶກສາ ແລະການພັດທະນາຂອງນັກຮຽນແຕ່ລະຄົນ. ສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ດີຈະສ້າງພື້ນຖານເພື່ອໃຫ້ພວກນ້ອງສືບຕໍ່ຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນໃນອະນາຄົດ.







