ວັນ​ທີ 21 ສິງ​ຫາ, ພາຍ​ຫຼັງ​ດຳ​ເນີນ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ​ຫຼາຍມື້ ຮອດ​ເວ​ລາ​ສຸດ​ທ້າຍ, ອາ​ເມ​ລິ​ກາ ແລະ ກາ​ຈາ​ດາ ກໍ່​ຍັງ​ບໍ່​ທັນ​ບັ​ນ​ລຸ​ໄດ້ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ. ຫຼັງ​ຈາກນັ້ນ, ອາ​ເມ​ລິ​ກາ ໄດ້​ຈັດ​ວາງ​ອັດຕາພາ​ສີ 50% ສຳ​ລັບ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 20 ຕື້ USD ຂອງ ກາ​ນາ​ດາ, ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 22 ສິງ​ຫາ. ໃນ​ທັນ​ທີ ກາ​ນາ​ດາ ກໍ່​ດຳ​ເນີນ​ການ​ໂຕ້​ຕອບ.

ໂຕ້​ຕອບນັບ​ແຕ່​ເງິ​ນ​ໃບນ້ອຍ

ເລື່ອງບໍ່​ບັນ​ລ​ຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ພັນ​ທະ​ມິດ ແລະ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່ ອາ​ເມ​ລິ​ກາ​ເໜືອ ເພີ່ມ​ຂຶ້ນ​ໃນ​ທັນ​ທ​ີ. ໃນ​ວັນ​ທີ 22 ສິງ​ຫາ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump, ​ປະ​ທານາ​ທິ​ບໍ​ດິ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ອັດ​ຕາ​ພາ​ສີ ອາກອນ50% ສຳ​ລັບ​ມູນ​ຄ່າ​ສິນ​ຄ້າ​ປະ​ມານ 20 ຕື້ USD, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຖ​ືກ​ຜົນ​ສະ​ທ້ອນ​ໄດ້​ເປີດກວ້າງ​ແຕ່​ສິນ​ຄ້າ​ໃຊ້ສອຍຕະ​ຫຼອດ​ຮອດ​ອຸ​ປະ​ກອນ​​ການ​ແພດ. ພາຍ​ຫຼັງ 1 ວັນ, Ottawa ໄດ້​ປະ​ກາດ​ບັນ​ດາ​ມາດ​ຕ​ະ​ການ​ໂຕ້​ຕອບ​ແມ່ນ​ຈັດ​ວາງ​ອັດ​ຕາ​ພ​າ​ສີແຕ່ 15%, 25%, 50% ແນ​ໃສ່​ສິນ​ຄ້າກວ່າ 700 ປະ​ເພດ​ຂອງ ອາ​ເມ​ລິ​ກາ, ທີ່​ມີມ​ູນ​ຄ່າ​ປະ​ມານ 20 ຕື້ USD, ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 08 ກັນ​ຍາ. ທ່ານ Mark Carney, ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ໂຕ້​ຕອບ​ຕາມ​ຫຼັກການ “ແຕ່​ລະ USD”, ແນ​ໃສ່​ປົກ​ປ້ອງ​ກຳ​ມະ​ກອນ, ຊາວ​ກະ​ສິ​ກອນ, ຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ກາ​ນາ​ດາ.

“ເມື່ອ​ຝ່າຍ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ໂຕະ​ເຈ​ລະ​ຈາ​ດ້ວຍ​ທ່າ​ທີ​​ຖືກ​ກັບ​ມາດ​ຖານ​ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ ດ້ວຍ​ຈິດ​ໃຈ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ແນ່ນອນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ. ເຖິ​ງ​ຢ່າງ​ໃດ​ກໍ່​ຕາມ, ຖ້າ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ດ້ວຍ​ທ່າ​ທີຖື ກາ​ນາ​ດາ ແມ່ນ​ບໍ​ລິ​ສັດນ້ອຍຂອງ ອາ​ເມ​ລິ​ກາ, ຫຼື ຖື​ວ່າ ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຂອງ ກາ​ນາ​ດາ ຕ້ອງ​ຮັບ​ຄວາມບໍ່​ສະ​ດວກ​ເມື່ອ​ທຽບ​ໃສ່​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ ອາ​ເມ​ລິ​ກາ, ຫຼື ຢາກ​ສ້າງ​ບັນ​ດາ​ມາດ​ຕາ​ເຮັດ​ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຂອງ ກາ​ນາ​ດາ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ​ຍາວ​…. ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຮັບຮອງ​ໄດ້”.

​ພາຍ​ຫຼັງ​ການ​ກະ​ທຳ​ໂຕ້​ຕອບ​ຈາກ ກາ​ນາ​ດາ, ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ສືບ​ຕໍ່​ເຄັງ​ຕຶງ​ຂຶ້ນ. ວັນ​ທີ 27 ສິງ​ຫາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ​ປ່ຽນ​ຊື່​ໜອງ Ontario ນອນ​ຢູ່​ເຂດ​ຊາຍ​ແດນ ອາ​ເມ​ລິ​ກາ - ກາ​ນາ​ດາ ​ເປັນ​ຊື່ໜອງ ອາ​ເມ​ລິ​ກາ. ກ່ອນ​ໜ້ານັ້ນ, ວັນ​ທີ 24 ສິງ​ຫາ, ອາ​ເມ​ລິ​ກາ ກໍ່​ຕົກ​ລົງ​ເພີ່ມ​ອັດ​ຕາ​ພາ​ສີ​ຂຶ້ນ​ທົບ 2 ເທົ່າ, ແຕ່ 25% ໃນ​ປະ​ຈຸ​ບັນ ຂຶ້ນ​ເປັນ 50% ສຳ​ລັບ​ລົດ​ໂອ​ໂຕຂອງ ກາ​ນາ​ດາ ນັບ​ແຕ່​ປີ 2027. ພ້ອມ​ກັບ​ນັ້ນ, ທ່ານ Jamieson Greer, ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ກໍ່​ກ່າວ​ເຕືອນ​ວ່າ ກາ​ດາ​ນາ ບໍ່​ຄວນເຮັດໃຫ້​ການ​ໂຕ​້​ຕອບປີນຂັ້ນໄດ.

“ຖ້າ​ຫາກ​ຝ່າຍ ກາ​ນາ​ດາ ສືບ​ຕໍ່​ມີ​ບັນ​ດາ​ມາດ​ຕ​ະ​ການ​ໂຕ້​ຕອບ, ແນ່ນອນ​ວ່າ, ພວ​ກ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ນັ່ງ​ຊື່ໆ. ທັດ​ສະ​ນະ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ: ຢ່າ​ໂຕ້​ຕອບ. ພວກ​ຂ້າ​ພະ​ເຈົ້າ​ມີ​ນະ​ໂຍ​ບາຍ​ການ​ຄ້າ​ສະ​ເພາະ​ຂອງ​ຕົນ ແລະ ຈະ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍນັ້ນ​ຕາມ​ວິ​ທີ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່ ອາ​ເມ​ລິ​ກາ”.

ເສຍ​ຫາຍ​ໃຫ້​ທັບ 2 ຝ່າຍ

ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ, 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, 2 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ໃນ​ກຸ່​ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7), ພ້ອມ​ທັງ​ເປັນ 2 ພັນ​ທະ​ມິດ​ທີ່ໃກ້ຊິດ​ກັບ ອົງການສົນທິສັນຍາອັດ​ລັງ​ຕິ​ກ​ເໜືອ (NATO), ເຮັດ​ໃຫ້​ວົງ​ການ​ນັກ​ສັງ​ເກດ​ການ​ໄດ້​ຕັ້ງ​ຄຳ​ຖາມ​ທີ່​ວ່າ ບໍ່​ຮູ້​ວ່າ​ສົງ​ຄາມ​ການ​ຄ້າ​ໃນ​ທົ່ວ​ໂລກ​ພວມ​ກັບ​ຄືນ, ໃນ​ສະ​ພາບ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ໃຫຍ່​ພຽງ​ແຕ່​ມີ​ລັກ​ສະ​ນະ​ຊົ່​ວ​ຄາວ. ຕາມ​ທ່ານ Robert Koopman, ອະ​ດີດ​ຫົ​ວ​ໜ້ານັກ​ຊ່ຽ​ວ​ຊານ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ແມ່ນ​ສາດ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ American, ແລ້ວ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຍັງ​ຖື​ພາ​ສີ​ອາກອນແມ່ນ​ອາ​ວຸດ​ການ​ຄ້າ​ຮັບບຸ​ລິ​ມະ​ສິດ.

“ຄວາມບໍ່​ແນ່ນອນ​ເກີດ​ຂຶ້ນ​ຈາກ​ບັນ​ດາ​ອັດ​ຕາ​ພາ​ສີນີ້​ອາດ​ຈະ​ມີ​ຄວາມ​ສຳ​ຄັນ​ກວ່າ​ສຳ​ລັບ​ການ​ເຕ​ີບ​ໂຕ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ຫຼາຍກວ່າ​ກັບ​ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​ປະ​ເພດ​ພາ​ສີອາກອນນັ້ນ. ​ປົກ​ກະ​ຕິບັນ​ດາ​ນະ​ໂຍ​ບາຍ​ພາ​ສີ ແລະ ການ​ຄ້າ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຕາມ​ບັນ​ດາ​ວິ​ທີ​ເຊິ່ງ​ຜູ້​ວາງ​ແຜນ​ນະ​ໂຍ​ບາຍບໍ່​ຄາດ​ຄິດ​ກ່ອນ​ໄດ້. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ເມື່ອ​ຈັດ​ວາງ​ພາ​ສີ​ໃນ​ປີ 2025, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ບໍ່​ເຫັນ​ໄດ້​ວ່າ ມາດ​ຕະ​ການນີ້​ຈະ​ບໍ່​ໜູນ​ຊ່ວຍ​ຫຼ​ຸ​ດ​ຜ່ອນ​ການຂາດ​ດຸ​ນ​ການ​ຄ້າ​ຂອງ ອາ​ເມ​ລິ​ກາ. ຕົວ​ຈິງ​ແມ່ນ​ການ​ຂາດ​ດຸ​ນ​ການ​ຄ້າ​ຂອງ ອາ​ເມ​ລິ​ກາ ຖືກ​ເພີ່ມ​ຂຶ້ນ”.

ໃນ​ຕໍ່​ໜ້າ, ຄວາມ​ເຄັງ​ຕ​ຶງ​ດ້ານ​ການ​ຄ້າ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ທັງ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ. ຍອດ​ວົງ​ເງິນ​ການ​ຄ້າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ປະ​ມານ 800 ຕື້ USD ໃນ​ປີ 2025. ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຂອງ ກາ​ນາ​ດາ ເກືອບ 72% ເຂົ້າ​ຕະ​ຫຼາດ ອາ​ເມ​ລິ​ກາ ແລະ ​ຈຳ​ນວນສິນ​ຄ້າທີ່​ມີ​ມູນ​ຄ່າປະ​ມານ 2 ຕື້ USD ​ໄດ້​ສົ່ງ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ຕໍ່​ມື້. ສຳ​ລັບ​ຝ່າຍ ອາ​ເມ​ລິ​ກາ, ວົງ​ການ​ນັກ​ໄຈ້​ແຍກກໍ່​ຊີ້​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ ບໍ່​ແມ່ນ “ບໍ່​ຕ້ອງ​ການ ກາ​ນາ​ດາ” ຄື​ດັ່ງ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump, ຍ້ອນ ອາ​ເມ​ລິ​ກາ ມີ​ຄວາມ​ຕ້ອງ​ການ​ສູງ​ສຳ​ລັບ​ສິນ​ຄ້າ​ຂອງ ກາ​ນາ​ດາ, ພິ​ເສດ​ແມ່ນ​ພະ​ລັງ​ງານ.

ສຸດ​ທ້າຍ, ເລື່ອງ​ເພີ່ມ​ຄວາມ​ເຄັງ​ຕຶງ​ລະ​ຫວ່າງ ອາ​ເມ​ລິ​ກາ - ກາ​ນາ​ດາ ກໍ່​ຈະ​ກີດ​ຂວາງ​ການ​ເຈ​ລະ​ຈາ​ການ​ປັບ​ປຸງ​ສັນ​ຍາ ອາ​ເມ​ລິ​ກາ - ເມັກ​ຊີ​ໂກ - ກາ​ນາ​ດາ (USMCA), ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ດ້ານ​ການ​ຄ້າ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໃນ​ໄລ​ຍະ​ຜ່ານ​ມາ.