ວັນທີ 15 ພະຈິກ 1945, ພາຍຫຼັງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ພຽງແຕ່ 2 ເດືອນ, ປະທານ ໂຮ່ຈີມິນ ໄດ້ເຂົ້າຮ່ວມ ແລະ ເປັນປະທານພິທີໄຂສົກຮຽນໃໝ່ຄັ້ງທຳອິດຂອງພື້ນຖານປະລິນຍາຕີ ຫວຽດນາມ ເອກະລາດຢູ່ ມະຫາວິທະຍາໄລແຫ່ງຊາດ, ແຫຼ່ງກຳເນີດຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນປັດຈຸບັນ. ເຫດການນັ້ນ ໄດ້ສົ່ງທັດສະນະກ່ຽວກັບການຖືເປັນສຳຄັນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດເພື່ອປຸກລຸກຄວາມຄາດຫວັງສ້າງສາປະເທດຮຸ່ງເຮືອງສີວິໄລ ເຖິງທົ່ວປວງຊົນ.
ວິໄສທັດຍຸດທະສາດ
ໃນສະພາບການທີ່ປະເທດຊາດຍັງປະເຊີນໜ້າກັບບັນຫາ “ໄພອຶດຫີວ, ໄພໂງຈ້າ ແລະ ສັດຕູຜູ້ຮຸກຮານ”ນັ້ນ, ການມີໜ້າຂອງປະທານ ໂຮ່ຈີມິນ ໃນພິທີໄຂສົກຮຽນໃໝ່ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງ ປະທານ ໂຮ່ຈີມິນ: ຢາກຮັກສາເອກະລາດ ແລະ ສ້າງສາປະເທດຊາດນັ້ນ ຕ້ອງປຸກລຸກລະດັບຄວາມຮັບຮູ້ຂອງປະຊາຊົນ, ກໍ່ສ້າງປັນຍາຊົນ ແລະ ສ້າງພື້ນຖານປະລິນຍາຕີໃໝ່ໃຫ້ແກ່ປະເທດຊາດ. ພ້ອມທັງຢັ້ງຢືນທີ່ຕັ້ງອັນເປັນແກ່ນສານຂອງການສຶກສາປະລິນຍາຕີໃນຍຸດທະສາດພັດທະນາປະເທດຊາດ. ມະຫາວິທະຍາໄລ ບໍ່ພຽງແຕ່ແມ່ນບ່ອນຖ່າຍທອດຄວາມຮູ້ເທົ່ານັ້ນ ຫາກຍັງແມ່ນອູ່ບຳລຸງສ້າງຖັນແຖວພະນັກງານ, ປັນຍາຊົນ - ກຳລັງແກ່ນສານທີ່ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດໂດຍກົງອີກດ້ວຍ.
ໃນພິທີ, ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນ: “ຊາດໜຶ່ງທີ່ໂງຈ້າແມ່ນຊາດໜຶ່ງທີ່ອ່ອນແອ”. ຄຳສັ່ງສອນນັ້ນໄດ້ກາຍເປັນເຂັມຊີ້ທິດ, ກາຍເປັນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ຄູອາຈານນັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນສະພາບການປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກ; ພ້ອມທັງສົ່ງສານຢ່າງແຮງວ່າ: ປັນຍາຊົນ ແລະ ການສຶກສາ ແມ່ນພາກສ່ວນທີ່ບໍ່ສາມາດຕັກແຍກອອກຈາກການປະຕິວັດໄດ້.
ວິໄສທັດໃໝ່ກ່ຽວກັບບົດບາດຂອງພູມປັນຍາ ແລະ ມະຫາວິທະຍາໄລ
ກວ່າ 80 ປີຫຼັງ, ກໍຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ວັນທີ 16 ພຶດສະພາ 2026, ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຄົບຮອບ 120 ປີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ມີຄວາມໝາຍພິເສດຕໍ່ບົດບາດຂອງມະຫາວິທະຍາໄລ, ວິທະຍາໄລ, ເຕັກໂນໂລຢີ ແລະ ພູມປັນຍາໃນອະນາຄົດພັດທະນາໃໝ່ຂອງປະເທດຊາດ. ຕາມນັ້ນແລ້ວ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ບໍ່ພຽງແຕ່ໄດ້ຮັບຖືວ່າເປັນອົງການສຶກສາອີກແລ້ວ, ຫາກຍັງຖືກຕັ້ງໃນທີ່ຕັ້ງຂອງໂຄງລ່າງຍຸດທະສາດແຫ່ງຊາດອີກດ້ວຍ.
ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຮຽກຮ້ອງ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕ້ອງກາຍເປັນມະຫາວິທະຍາໄລຍອດຢ້ຽມ, ມຸ່ງໄປເຖິງກຸ່ມບັນດາມະຫາວິທະຍາໄລແຖວໜ້າ ອາຊີ ແລະ ໂລກ, ສິ່ງເຫຼົ່ານັ້ນ ບໍ່ພຽງແຕ່ມີຄວາມໝາຍທາງດ້ານວິທະຍາ ຫຼື ຊື່ສຽງເທົ່ານັ້ນ, ຫາກຍັງສ່ອງແສງຄວາມຮັບຮູ້ຍຸດທະສາດທີ່ວ່າ: ຢາກກ້າວຂຶ້ນບັນດາຂັ້ນໄດພັດທະນາທີ່ສູງກວ່າ, ຫວຽດນາມ ຕ້ອງສ້າງໄດ້ສູນພູມປັນຍາທີ່ມີຄວາມເຂັ້ມແຂງຢ່າງພຽງພໍເພື່ອເຂົ້າຮ່ວມການແກ້ງແຍ້ງທົ່ວໂລກ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ.
ບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ບໍ່ພຽງແຕ່ຖືການສຶກສາປະລິນຍາຕີເຂົ້າທີ່ຕັ້ງໃຈກາງຂອງຍຸດທະສາດພັດທະນາປະເທດຊາດເທົ່ານັ້ນ, ຫາກຍັງສ່ອງແສງວິໄສທັດໃໝ່ກ່ຽວກັບບົດບາດຂອງປັນຍາຊົນໃນສະຕະວັດທີ XXI ອີກດ້ວຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕ້ອງກາຍເປັນສູນນະວັດຕະກຳ, ສູນຄົ້ນຄວ້າວິທະຍາສາດເຕັກໂນໂລຢີແຖວໜ້າ, ສູນເຊື່ອມຕໍ່ພູມປັນຍາກັບການພັດທະນາ, ສູນໃຫ້ຄຳປຶກສາຍຸດທະສາດດ້ານຍະໂຍບາຍ ແລະ ສູນການຕ່າງປະເທດວິທະຍາຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
“ເມື່ອກ້າວເຂົ້າສູ່ສັງກາດໃໝ່, ຄຳຮຽກຮ້ອງຕ້ອງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ ຮຽກຮ້ອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕ້ອງມານະພະຍາຍາມຫຼາຍກວ່າອີກ, ມີການກະທຳຢ່າງເຂັ້ມແຂງກວ່າ, ບຸກທະລຸຢ່າງຈະແຈ້ງກວ່າ ເພື່ອໃຫ້ສົມກັບຂອບຂະໜາດ ແລະ ພາລະກຳຂອງມະຫາວິທະຍາໄລແຫ່ງຊາດ. ພັກເຮົາ ໄດ້ກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ, ຫຼ້າຫຼັງ ແມ່ນຄວາມສ່ຽງປົກຄຸມ ແລະ ນາບຂູ່ເຖິງຊາຕະກຳ ແລະ ອະນາຄົດຂອງຊາດ. ຫຼ້າຫຼັງໃນລະດັບການພັດທະນາໄດ້ເລີ່ມຈາກການຫຼ້າຫຼັງກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ກ່ຽວກັບລະດັບພູມປັນຍາໃນການຜະລິດ, ການບໍລິການ ແລະ ການຄຸ້ມຄອງບໍລິຫານປະເທດຊາດ. ໃນຍຸກສະໄໝເຫັນເປັນໂລກາພິວັດ ແລະ ການປະຕິວັດເຕັກໂນໂລຢີພັດທະນາຢ່າງໄວວາ ແລະ ແຂງແຮງຄືໃນປັດຈຸບັນ, ຫຼ້າຫຼັງ ມີຄວາມໝາຍອັນດຽວກັນກັບການເອືອຍອີງ, ຊຸດໂຊມ ແລະ ເຮັດເສຍໂອກາດບືນຕົວຂຶ້ນ”.
ຖ້າຫາກວ່າ ເມື່ອປີ 1945, ດ້ວຍຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ບົດບາດຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຕິດພັນກັບຄວາມຄາດຫວັງສ້າງປະເທດເອກະລາດ, ເສລີພາບນັ້ນ, ປັດຈຸບັນນີ້ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ພວມໄດ້ຕັ້ງໃນທີ່ຕັ້ງໃຈກາງຂອງຄວາມຄາດຫວັງ ນຳ ຫວຽດນາມ ກາຍເປັນປະເທດພັດທະນາດ້ວຍພູມປັນຍາ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ປະເທດທີ່ນັບມື້ນັບຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນກວ່າເກົ່າ, ປະຊາຊົນອີ່ມໜຳສຳລານສົມບູນພູນສຸກກວ່າ./.








