(VOVWORLD) - ເມື່ອມາບັນດາສະຖານທີ່ທ່ອງທ່ຽວຢູ່ ກຳປູເຈຍ, ແຂກທ່ອງທ່ຽວຈະພົບເຫັນບັນດາຜະລິດຕະພັນຄື ສາຍຄໍ, ສາຍແຂນ, ແຫວນ, ຕຸ້ມຫູ, ຫວີ ແລະ ເຄື່ອງປະດັບປະດາຄົບທຸກຊະນິດ, ທຸກຮູບແບບ ແລະ ສີສັນ ທີ່ໄດ້ເຮັດດ້ວຍເຂົາງົວ, ເຂົາຄວາຍ ໄດ້ວາງຂາຍຢູ່ທົ່ວທຸກແຫ່ງ. ບັນດາເຂົາງົວ, ເຂົາຄວາຍ ເບິ່ງຄືວ່າໄດ້ປະຖີ້ມແລ້ວນັ້ນ ໄດ້ກັບຊື້, ທຳຄວາມສະອາດ ແລະ ຜະລິດອອກເປັນບັນດາຜະລິດຕະພັນປະດັບປະດາທີ່ງາມຕາ ແລະ ວາງຂາຍຢູ່ຮ້ານຂາຍເຄື່ອງທີ່ມີຊື່ວ່າ “ຜະລິດຕະພັນເຮັດດ້ວຍເຂົາ Somornea”.