ຈາກ​ມະ​ຕິ​ເລກ​ທີ 36 ລົງ​ວັນ​ທີ 26 ມີ​ນາ ​ປີ 2004 ຮອດ​ມະ​ຕິ​ເລກ​ທີ 23 ລົງ​ວັນ​ທີ 2 ສິງ​ຫາ​ 2026 ຂອງ​ກົມ​ການ​ເມືອງ, ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ວຽກ​ງານຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ. ຖ້າມະ​ຕິ​ເລກ​ທີ 36 ໄດ້​ວາງ​ພື້ນ​ຖານ​ໃຫ້​ແກ່​ການ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ, ເອົາ​ໃຈໃສ່ເບິ່ງ​ແຍງ, ໜູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນນັ້ນ, ມະ​ຕິ​ເລກ​ທີ 23 ສືບ​ຕໍ່​ຍົກ​ລະ​ດັບ​ວິ​ທິ​ການ​ເຂົ້າ​ເຖິງ; ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເປັນ​ເຈົ້າ​ການ​ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ, ສ້າງ​ຂອບ​ເຂດ​ເພື່ອ​ໃຫ້ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດພ້ອມ​ກັນ​ເຂົ້າ​ຮ່ວມ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ອີກ​ດ້ວຍ.

ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດດ້ວຍ​ກ່​ວາ 6.5 ລ້ານ​ຄົນທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ກວ່າ 130 ປະ​ເທດ ແລະ ເຂດ​ດິນ​ແດນ, ໃນ​ນັ້ນ​ມີ​ປະ​ມານ 80% ແມ່ນ​ຢູ່​ບັນ​ດາ​ປະ​ເທດ​ພັດ​ທະ​ນາ, ປະ​ຊາ​ຄົມຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດນັບ​ມື້​ນັບ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ເງິນ ແລະ ການ​ຮ່ວມ​ມື​ສາ​ກົນ. ນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ເພື່ອ​ໃຫ້ ຫວຽດ​ນາມ ເຊື່ອມໂຍງ ແລະ ເຊື່ອມ​ຕໍ່​ກັບ​ໂລກ.

ແຫຼ່ງ​ກຳ​ລັງ​ຍຸດ​ທະ​ສາດ

ມະ​ຕິ​ເລກ​ທີ 23 ໄດ້​ເປີດ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່, ຈາກ​ການ​ຕິດ​ພັນ, ຂົ​ນ​ຂວາຍ, ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ​ໄປ​​ເປັນ​ການ​ຮ່ວມ​ເດີນ​ທາງ, ສ້າງ​ສັນ ແລະ ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ. ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ກຳ​ນົດ​ວ່າ ບໍ່​ພຽງ​ແຕ່​ແມ່ນ​ພາກ​ສ່ວນ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກຈາກ​ປະ​ຊາ​ຄົມ​ຊາດໄດ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ກຳ​ລັງ​ຍຸດ​ທະ​ສາດ, ແມ່ນ​ຂົວ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ກັບ​ໂລກ, ນັບ​ມື້​ນັບ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດອີກ​ດ້ວຍ. ທ່ານ​ນາງ ເລ​ທິ​ທູ​ຮັ່ງ​ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ຈຸດ​ໃໝ່​ອ່ຽມ​ແມ່ນ​ແນວ​ຄິດກວມ​ລວມ​ຂອງ​ມະ​ຕິ​ເລກ​ທີ 23, ຍົກ​ລະ​ດັບ​ຈິນ​ຕະ​ນາ​ການ, ຈາກ​ການ​ຂົນ​ຂວາຍ, ເຕົ້າ​ໂຮມ, ເອົາ​ໃ​ຈໃສ່​ເບິ່ງ​ແຍງ​ ໄປ​ເປັນ​ການ​ຮ່ວມ​ເດີນ​ທາງ, ສ້າງ​ສັນ. ນີ້​ແມ່ນ​ການ​ສ້າງ​ສັນ​ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ຂອງຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່. ພ້ອມ​ກັນ​ນັ້ນ, ຕ້ອງ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ສ້າງ​ສະ​ພາບ​ແວດ​ລ້ອມ​ການເຮັດ​ວຽກ​ທີ່​ຈະ​ແຈ້ງໂປ່ງໃສ, ແກ່ງ​ແຍ້ງ, ມອບ​ສິດ ແລະ ຮັບ​ປະ​ກັນ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ໄລ​ຍະ​ຍາວ​ນານ, ມີ​ໄຫວ​ພິບ.

ມະ​ຕິ​ເລກ​ທີ 23 ເນັ້ນ​ໜັກ​ເຖິງ​ເລື່ອງ​ສ້າງ​ບັນ​ດາ​ກົນ​ໄກ​ບຸກ​ທະ​ລຸ​ເພື່ອ​ດຶງ​ດູດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກຳ​ລັງຫຼັກ​ແຫຼ່ງ​ຄື​: ນັກ​ຊ່ຽວ​ຊານ, ປັນ​ຍາ​ຊົນ, ນັກ​​ວິ​ທະ​ຍາ​ສາດ, ນັກ​ທຸ​ລະ​ກິດ, ນັກ​ສິ​ລະ​ປິນ ແລະ ລຸ້ນ​ໜຸ່ມ.

ໃນ​ສະ​ພາບ​ການນັ້ນ, ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ປະ​ຈຳ​ຢູ່​ຕ່າງ​ປະ​ເທດກໍ່​ເປັນ​ເຈົ້າ​ການ​ກວ່າ​ໃນ​ການ​ເຊື່ອມ​ຕໍ່, ຮັບ​ຟັງ ແລະ ຮ່ວມ​ເດີນ​ທາງ​ພ້ອມ​ກັບຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ ສິງ​ກະ​ໂປ, ທ່ານ ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ໃຫ້​ຮູ້​ວ່າ:

ສຳ​ລັບ​ສະ​ຖານ​ທູ​ດ​ແລ້ວ, ບົດ​ບາດ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ໃນ​ການ​ທູດ​ວິ​ທະ​ຍາ​ເສດ ເຕັກ​ໂນ​ໂລ​ຊີ ແມ່ນ​ໜ້າ​ທີ່​ທີ່​ຕ້ອງ​ວາງຢູ່​ຈຸດ​ສຸມ​ອັນ​ດັບ​ຕົ້ນໆ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ນັກ​ປັນ​ຍາ​ຊົນ​​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢູ່ບໍ​ລິເວນ ແລະ ຜ່ານ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສິງ​ກະ​ໂປ, ຜ່ານອົງການກ່ຽວ​ກັບ ວິ​ທະ​ຍາ​ເສດ ເຕັກ​ໂນ​ໂລ​ຊີ ແລະ ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ປັນ​ຍ​ຊົນ​ແຖວ​ໜ້າ. ມີ​ນັກ​ຊ່ຽນ​ຊານ​ທີ່​ເປັນ​ຊາວ​ ຫວຽດ​ນາມ ແຖວ​ໜ້າ​ຢູ່​ບັນ​ດາ​ຂົງ​ເຂດ​ແຕກ​ຕ່າງ​ກັນ​ຄື: ກວນຕຳ, ປັນ​ຍາ​ປະ​ດິດ, ເຄິ່ງ​ຊັກ​ນຳໄຟ​ຟ້າ​, blockchain ແລະ ວັດ​ສະ​ດຸ​ທີ່ກ້າວໜ້າ…, ມີຫຼາຍ​ຄົນ​ທີ່​ມີ​ຊື່​ສຽງ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ນີ້​ແມ່ນ​ບັນ​ດາ​ຂົວ​ຕໍ່​ຊື່ງ​ສະ​ຖານ​ທູດ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຂຸດ​ຄົ້ນ, ເຊື່ອມ​ຕໍ່​ເພື່ອ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ລະ​ອຽດ.

ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ເລື່ອງ​ຂອງ ສິງ​ປະ​ໂປ ໃຫ້​ເຫັນ​ວ່າ ຂອບ​ເຂດ​ການ​ອຸ​ທິດ​ສ່ວນບໍ່​ພຽງ​ແຕ່​ໄດ້​ເປີດ​ກວ້າງ​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ດ້ວຍ​ບັນ​ດາ​ວິ​ທີ​ເຊື່ອມ​ຕໍ່​ໃໝ່​ອີກ​ດ້ວຍ. ທ່ານ​ນາງຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ທິ​ທູ​ຮັ່ງ ຢືນ​ຢັນ​ວ່າ:

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຈະ​ມີ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ເພື່ອ​ປະ​ກອບ​ສ່ວນ​ເປັນ​ຢ່າງ​ດີ​ກວ່າ, ບັນ​ລຸ​ປະ​ສິດ​ທິ​ຜົນ​ກວ່າ, ແທດ​ຈິງ​ກວ່າເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພິ​ເສດ, ຢູ່ຫຼາຍ​ປະ​ເທດ, ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ທັງ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ກໍ່​ຄື​ກິ​ລາ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ຊ່ຽວ​ຊານນີ້ ຈະ​ປະ​ກອບ​ຢ່າງຫຼວງ​ຫຼາຍ​ໃຫ້​ແກ່​ປະ​ເທດ​ຊາດ, ໃນ​ສະ​ພາບ​ການ​ທີ່ ຫວຽດ​ນາມ ພວມ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ປີ 2030 ແລະ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ, ຈະ​ເລີນ​ຮຸ່ງ​ເຮືອງ, ເຂັ້ມ​ແຂງ.

ມະ​ຕິ​ເລກ​ທີ 23 ຍັງ​ໄດ້​ກຳ​ນົດ​ບົດ​ບາດ​ຂອງຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກາຍ​ເປັນ​ບັນ​ດາ​ທູດ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ຢູ່​​ປະ​ເທດ​ທີ່​ເຂົາ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ. ນີ້​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ໃນ​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ກຳ​ລັງ​ແຮງດຶງດູດ​ພາຍ​ໃນ, ​ເມື່ອ​ວັດ​ທະ​ນະ​ທຳ​ບໍ່​ພຽງ​ແຕ່​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ໂຄ​ສະ​ນາ​ພາບພົດ​ຂອງ​ປະ​ເທດ​ຊາດ, ເປີດ​ກວ້າງ​ການ​ເຊື່ອມ​ຕໍ່ ແລະ ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ອີກ​ດ້ວຍ.

ຈາກ “ການ​ອວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ” ໄປສູ່ການ “ພ້ອມ​ກັບ​ບ້ານ​ເກີດ​ເມືອງນອນ​ພັດ​ທະ​ນາ” ນັ້ນ, ຊ່ອງ​ຫວ່າງ​ດ້ານ​ພູມ​ສາດ ​ບໍ່​ແມ່ນ​ຮົ້ວກີດ​ຂວາງ​ອີກ​ແລ້ວ. ມະ​ຕິ​ເລກ​ທີ 23 ພວມ​ເປີດ​ກ້​ວາງ​ຂອບ​ເຂດ​ເພື່ອ​ໃຫ້ຊາວຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແຕ່​ລະ​ຄົນ​ຈະ​ສາ​ມາດ​ປະ​ກອບ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ບົດ​ຮຽນ​ປະ​ສົບ​ການ, ແຫຼ່ງ​ກຳ​ລັງ, ວັດ​ທະ​ນະ​ທຳ ແລະ ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ໂລກ./.