ສິດຫາປາແມ່ນໜຶ່ງໃນບັນດາຄວາມບໍ່ລົງລອຍກັນລະຫວ່າງອັງກິດ ແລະ ອີຢູ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງ . ພາບ: AFP/TTXVN

ທ່ານ David Frost ຫົວໜ້າຄະນະເຈລະຈາ ອັງກິດ ກ່າວເຕືອນວ່າ: “ເວລາຍັງເຫຼືອໜ້ອຍທີ່ສຸດ”. ບັນດາຄວາມບໍ່ລົງລອຍກັນທີ່ມີແຕ່ໃດມາ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ແຕ່ພວກຂ້າພະເຈົ້າກໍ່ພວມມານະພະຍາຍາມຈົດສຸດຄວາມສາມາດ ເພື່ອບັນລຸໄດ້ຂໍ້ຕົກລົງສຸດທ້າຍ”.

ກ່ອນໜ້ານັ້ນ, ວັນທີ 19 ພະຈິກ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ໄດ້ຖະແຫຼງ ໂຈະບັນດາການເຈລະຈາໄວ້ຊົ່ວຄາວກັບຄູ່ຕຳແໜ່ງ ອັງກິດ David Frost ໃນໄລຍະສັ້ນ, ພາຍຫລັງສະມາຊິກຄົນໜຶ່ງໃນຄະນະເຈລະຈາຂອງ ອີຢູ ຕິດເຊື້ອພະຍາດໂຄວິດ-19.