ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາງ ເລ​ທິ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ສິດ​ເສ​ລີ​ໃນ​ການ​ເດີນ​​ທະ​ເລ, ການ​ບິນ, ລວມມີສິດ​ໄປ​ມາ​ດ້ວຍ​ຄວາມ​ປອດ​ໄພ, ຕໍ່​ເນື່ອງ ແລະ ບໍ່​ຖືກ​ກີດ​ຂວາງ​ຜ່ານ​ບັນ​ດາ​ຊ່ອງ​ແຄບ​ທະ​ເ​ລ​ສາ​ກົນ ຕ​້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ບົນ​ພື້ນ​ຖານ​ກົ​ດ​ໝາຍ​ສາ​ກົນ​ຄື​ດັ່ງ​ທີ່​ໄດ້​ກຳ​ນົດ​ໃນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່​າ​ດ້ວຍ​ທະ​ເລ​ (UNCLOS) ປີ 1982.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ທຸກ​ການ​ຂັດ​ແຍ້ງ​ກັນ ແລະ ຄວາມ​ແຕກ​ຕ່າງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິວ​ິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ. ທ່ານ​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງຈົ່ງ​ລະ​ງັບ​ໃຈ, ສະ​ໜັບ​ສະ​ໜູນ​ການ​ສົນ​ທະ​ນາ ແລະ ມາດ​ຕະ​ການທາງ​ການ​ທູດ ເພື່ອ​ກ້າວ​ໄປ​ເຖິງ​ມາດ​ຕະ​ການ​ແກ້​ໄຂ​ແບບ​ຍືນ​ຍົງ.