ໂດຍ​ໄດ້​ຮັບ​ຂ່າວ​ວ່າ ອຸ​ບັດ​ຕິ​ເຫດ​ທາງ​ລົດ​ໄຟ​ຢ່າງ​ຮ້າຍ​ແຮງ​ຢູ່ Bekasi, ນະ​ຄອນ​ຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ ຕ​ອນ​ຄ່ຳ​ວັນ​ທີ 27 ເມ​ສາ 2026 ໄດ້​ເຮັດ​ໃຫ້​​ມີຫຼາຍ​ຄົນ​ເສຍ​ຊີ​ວິດ, ວັນ​ທີ 28 ເມ​ສາ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​​ໄປ​ຍັງ​ທ່ານ Prabowo Subianto, ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ.