ຕອນ​ບ່າຍ​ວັນ​ທີ 30 ພຶດ​ສ​ະ​ພາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ໂຕ​ເລ​ິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ພົບ​ປະກັບພະ​ນັກ​ງານ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ພ້ອມ​ດ້ວຍ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ສິງ​ກະ​ໂປ ເປັນ​ຈຳ​ນວນຫຼາຍ. ໃນ​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ວ່າ ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ໃຫ້​ຄວາມ​ເອົາ​ໃຈ​ໃສ່, ເບິ່​ງ​ແຍງ​ດູ​ແລ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສຢູ່​ຕ່າງ​ປະ​ເທດ ແລະ ຢັ້ງ​ຢືນ​ວ່າ ບັນ​ດາ​ອົງ​ການ​ເຈົ້າ​ໜ້າ​ທີ່​ພາຍ​ໃນ​ປະ​ເທດ ຈະ​ສືບ​ຕໍ່​ປັບ​ປຸງ​ນະ​ໂຍ​ບາຍ​ສຳ​ລັບ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ​ແບບ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ ປະ​ຊາ​ຄົມ ຊາວ ຫວຽດ​ນາມ​ ອາ​ໄສ ຢູ່ ສິງ​ກະ​ໂປ ສືບ​ຕໍ່​ສາ​ມັກ​ຄີ​ກັນ, ພັດ​ທະ​ນາ, ອ​ວ່າຍ​ໜ້າ​ເມື່​ອ​ຫາ​ບ້ານ​ເກີດ​ເມືອງນອນ, ອະ​ນຸ​ລັກ​ຮັກ​ສາ​ພາ​ສາ ຫວຽດ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງງ​ຊາດ; ສືບ​ຕໍ່​ແມ່ນ​ຂົວ​ຕໍ່​ທີ່​ສຸດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດາມ - ສິງ​ກະ​ໂປ.