ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ ມາລີນາ, ທ່ານ Ferdinand Romualdez Marcos Jr. ປະທານາທິບໍດີ ຟີລິບປິນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຟິລິບປິນ.
ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ໄດ້ເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຂຶ້ນເວທີກຽດຕິຍົດ, ໃຕ້ທຸງຊາດຂອງ 2 ປະເທດປະໃນທ່າມກາງການບັນເລັງເພງຊາດ ຫວຽດນາມ - ຟີລິບປິນ ພ້ອມກັບການຍິ່ງປືນໃຫຍ່ 21 ນັດ.
ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້້ຍ່າງກວດກອງກຽດຕິຍົດ ຟີລິບປິນ. ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ຟິລິບປິນ Ferdinand Romualdez Marcos Jr. ໄດ້ສະເໜີຄະນະສະມາຊິກຂັ້ນສູງຂອງ 2 ປະເທດ.






